ໄຕມາດ 1 ຂະບວນລົດໄຟ ຈີນ – ຫວຽດນາມ ຂົນສົ່ງສິນຄ້າເພີ່ມຂຶ້ນ 82%

50

ຊີອາໄອລາຍງານວ່າ: ອີງຕາມຕົວເລກຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜິງຈຳກັດແຈ້ງໃຫ້ຮູ້ເມື່ອວັນທີ 7 ເມສານີ້ວ່າ: ໃນໄຕມາດທີໜຶ່ງປີນີ້ ຂະບວນລົດໄຟຈີນ-ຫວຽດນາມໄດ້ຂົນສົ່ງສິນຄ້າ 1.594 ຕູ້ມາດຕະຖານ ເພີ່ມຂຶ້ນ 82% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນັບແຕ່ປີນີ້ເປັນຕົ້ນມາ ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງຈີນກັບຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນເດືອນມີນາແລ້ວນີ້ ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ຂົນສົ່ງສິນຄ້າຫຼາຍກວ່າ 900 ຕູ້ມາດຕະຖານ ສ້າງສະຖິຕິສູງສຸດໃນປະຫວັດສາດດ້ານການຂົນສົ່ງສິນຄ້າຕໍ່ເດືອນ.

ປັດຈຸບັນ, ບັນຊີລາຍຊື່ສິນຄ້າທີ່ເຂົ້າອອກເມືອງໂດຍຜ່ານດ່ານທາງລົດໄຟຜິງສຽງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ບັນລຸເຖິງ 620 ກວ່າຊະນິດ.