ລາຄານໍ້າມັນດິບ ໃນຕະຫຼາດໂລກປັບຂຶ້ນອີກ

34

ລາຄານໍ້າມັນດິບເວັດເທັກຊັດ ຫລື WTI ສົ່ງມອບເດືອນພຶດສະພາ ປິດຕະຫລາດວັນພຸດ ທີ10 ເມສາ ປັບຂຶ້ນ98ເຊັນ ປິດທີ່ 86,21ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນມິຖຸນາ ເພີ່ມຂຶ້ນ1,06ໂດລາປິດທີ່ 90,48ໂດລາສະຫະລັດຕໍ່ບາເຣລ.

ການປັບຂຶ້ນຂອງລາຄານໍ້າມັນ ໄດ້ແຮງຍູ້ຈາກສະຖານະການຄວາມເຄັງຕຶງໃນຕາເວັນອອກກາງ ຫຼັງມີຂ່າວລູກຊາຍ 3 ຄົນຂອງໜຶ່ງໃນຫົວໜ້າກຸ່ມຮາມາສ ເສຍຊີວິດໃນປະຕິບັດການໂຈມຕີທາງອາກາດຂອງອິດສະລາແອນ ເຮັດໃຫ້ເກີດ ຄວາມກັງວົນວ່າການເຈລະຈາຢຸດຍິງອາດຢຸດສະຫງັກ.

ຂະນະທີ່ສຳນັກງານດ້ານພະລັງງານລັດຖະບານສະຫະລັດ ໄດ້ເປີດເຜີຍຄັງນໍ້າມັນດິບຂອງສະຫະລັດ ອາເມຣິກາ ເພີ່ມຂຶ້ນ5,8ລ້ານບາເຣລໃນອາທິດຜ່ານມາ ຂະນະທີ່ນັກວິເຄາະຄາດວ່າຈະເພີ່ມຂຶ້ນພຽງ900.000ບາເຣລ.