ລາຄາຄຳ ປັບລົງ14 ໂດລາ ຈາກແຮງດຶງຕົວເລກເງິນເຟີ້ສະຫະລັດ

26

ລາຄາຄຳຕະຫຼາດຟິວເຈີ ປັບລົງ14ໂດລາ ຫຼັງສະຫະລັດອາເມຣິກາ ເປີດເຜີຍໂຕເລກເງິນເຟີ້ ສູງກວ່າທີ່ຄາດຄິດ ຊຶ່ງອາດເປັນປັດໄຈໃຫ້ທະນາຄານກາງສະຫະລັດ ຫຼື ເຟດ ຮັກສາອັດຕາດອກເບ້ຍໃນລະດັບສູງດົນກວ່າທີ່ຄິດ.

ສັນຍາລາຄາຄຳຕະຫຼາດໂຄແມັກ COMEX (Commodity Exchange)ສົ່ງມອບເດືອນມິຖຸນາ ປິດຕະຫຼາດວັນທີ 10ເມສາ ປັບລົງ 14 ໂດລາ ປິດທີ່2.348ໂດລາສະຫະລັດຕໍ່ອອນ.

ນອກນີ້ລາຄາຄຳຍັງຖືກກົດດັນຈາກການແຂງຄ່າຂອງເງິນໂດລາສະຫະລັດ ແລະ ການພຸ່ງຂຶຶ້ນຂອງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ ຫຼັງການເປີດເຜີຍໂຕເລກເງິນເຟີ້ດັ່ງກ່າວ.

ດ້ານນັກລົງທຶນພາກັນຄາດການວ່າເຟດຈະຍັງຮັກສາອັດຕາດອກເບ້ຍໄວ້ ໃນການປະຊຸມເດືອນມິຖຸນາ ຫຼັງຕົວເລກເງິນເຟີ້ສູງກວ່າທີ່ຄາດຄິດ.

ທັງນີ້ດັດຊະນີ CPI ທົ່ວໄປ ຊຶ່ງລວມໝວດອາຫານແລະພະລັງງານ ປັບຂຶ້ນ3,5%ໃນເດືອນມີນາ ຈາກລະດັບ3,2%ໃນເດືອນກຸມພາ ສູງກວ່າຕົວເລກຄາດການຂອງນັກວິເຄາະທີ່ລະດັບ3,4%.