ຊີອີໂອ ເຈພີມໍແກນ ເຕືອນແຮງກົດດັນເງິນເຟີ້ອາດໜູນດອກເບ້ຍຈຸລະດັບ 8%

35

ທ່ານ ເຈມີ ໄດມອນ ປະທານເຈົ້າໜ້າທີ່ບໍລິຫານຂອງທະນາຄານເຈພີມໍແກນ ເຊສ ອອກມາເຕືອນວ່າແຮງກົດດັນເງິນເຟີ້ແບບຕໍ່ເນື່ອງຈາກຜົນພວງຂອງການຂາດດຸນງົບປະມານ ແລະ ຄວາມຂັດແຍ່ງທາງການທະຫານ ແລະປັດໄຈອື່ນໆ ອາດເຮັດໃຫ້ອັດຕາດອກເບ້ຍຂອງສະຫະລັດ ປັບຂຶ້ນສູ່ລະດັບ8%.

ໃນຈົດໝາຍປະຈຳປີທີ່ສົ່ງໃຫ້ຜູ້ຖືຮຸ້ນ ທ່ານໄດມອນລະບຸວ່າ ຕະຫຼາດສະຫະລັດ ເບິ່ງຄືວ່າມີໂອກາດ70-80% ທີ່ເສດຖະກິດ ຈະຊະລໍຕົວແບບຄ່ອຍເປັນຄ່ອຍໄປ.

ເວັບໄຊມາກເກັດວອດລາຍງານວ່າ: ທ່ານໄດມອນ ມັກມີມຸມມອງເຊີງລົບຕໍ່ເສດຖະກິດ ສະຫະລັດອາເມຣິກາຫຼາຍກວ່ານັກເສດຖະສາດຈຳນວນຫຼາຍ ໂດຍທ່ານໄດມອນເຄີຍອອກມາເຕືອນໃນປີ2022 ໃຫ້ຊາວອາເມຣີກາລະວັງເຮີຣິເຄນທາງເສດຖະກິດ ເນື່ອງຈາກທະນາຄານກາງສະຫະລັດ ປັບຂຶ້ນອັດຕາດອກເບ້ຍເພື່ອສະກັດເງິນເຟີ້