ວິສາຫະກິດເອີຣົບ ມີຄວາມເຊື່ອໝັ້ນຕໍ່ເສດຖະກິດຫວຽດນາມ

15

ໃນຜົນສຳຫຼວດສະບັບຫຼ້າສຸດ ຊີ້ໃຫ້ເຫັນວ່າບັນດາວິສາຫະກິດຂອງສະຫະພາບເອີຣົບ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ພື້ນຖານເສດຖະກິດ ຫວຽດນາມ ໂດຍ 71% ວິສາຫະກິດເຫັນວ່າ ມີຄວາມຕັ້ງໜ້າຕໍ່ແງ່ຫວັງໄລຍະຍາວຂອງເຂົາເຈົ້າຢູ່ ຫວຽດນາມ ໃນໄລຍະ 5 ປີ ຈະມາເຖິງ.

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 8 ເມສາ ສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (EuroCham) ປະກາດໝາກຜົນສຳຫຼວດ ກວ່າ 1.400 ສະມາຊິກຂອງ EuroCham ໂດຍຊີ້ໃຫ້ເຫັນວ່າ ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດ (BCI) ຂອງບັນດາວິສາຫະກິດເອີຣົບ ຢູ່ ຫວຽດນາມ ໃນໄຕມາດ 1 ປີ 2024 ບັນລຸ 52,8 ຄະແນນ ເຊິ່ງເປັນລະດັບສູງສຸດນັບແຕ່ປີ 2022 ມານີ້.

ກວ່າເຄິ່ງໜຶ່ງຈຳນວນວິສາຫະກິດທີ່ຖືກຖາມ ໄດ້ຄາດຄະເນວ່າ ຈຳນວນໃບສັ່ງຊື້ສິນຄ້າ ແລະ ລາຍຮັບຈະສູງກວ່າໃນໄຕມາດທີ 2. ໄປຄຽງຄູ່ກັນນັ້ນ ມີ 40% ວິສາຫະກິດມີແຜນການເພີ່ມກຳລັງແຮງງານໃນໄຕມາດທີ 2. ໃນໄລຍະຍາວ ແງ່ຫວັງຂອງບັນດາວິສາຫະກິດເອີຣົບ ຈະນັບມື້ນັບໄດ້ຮັບການປັບປຸງ, ໂດຍ 71% ວິສາຫະກິດຮູ້ສຶກເຫັນວ່າ ມີຄວາມຕັ້ງໜ້າຕໍ່ແງ່ຫວັງໄລຍະຍາວຂອງເຂົາເຈົ້າຢູ່ ຫວຽດນາມ ໃນໄລຍະ 5 ປີ ຈະມາເຖິງ.

ທ່ານ Thue Quist Thomasen ຜູ້ອຳນວຍການຝ່າຍບໍລິຫານ Decision Lab ເຊິ່ງເປັນຫົວໜ່ວຍປະຕິບັດການສຳຫຼວດ ໄດ້ເຊື່ອໝັ້ນວ່າ ແນ່ນອນວ່າ ຫວຽດນາມ ຈະມີຄວາມສາມາດກາຍເປັນປະເທດລົງທຶນດີທີ່ສຸດຂອງພາກພື້ນ ແລະ ບັນດານະໂຍບາຍເປັນເຈົ້າການ, ການສຸມໃສ່ບັນດານັກລົງທຶນນັ້ນ ຈະເປັນປັດໄຈຍູ້ໄວການພັດທະນາຂອງ ຫວຽດນາມ ໃຫ້ໄວກວ່າອີກ.