ແຂວງສະຫວັນນະເຂດ ລະນຶກເຖິງຄຸນງາມຄວາມດີຂອງທ່ານ ໜູຮັກ ພູມສະຫວັນ ຄົບຮອບ 114 ປີ

26

ໃນຕອນເຊົ້າຂອງວັນທີ 9 ເມສາ 2024, ການນຳຂັ້ນສູງຂອງແຂວງ ນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ນຳພາກ້ອນກຳລັງຈາກພາກສ່ວນຕ່າງໆອ້ອມຂ້າງແຂວງ ເຂົ້າມາວາງກະຕ່າດອກໄມ້ ແລະດອກໄມ້ທີ່ຫອມຫວນ ຢູ່ຕໍ່ໜ້າອະນຸສາວະດີທ່ານ ໜູຮັກ ພູມສະຫວັນ ເນື່ອງໃນໂອກາດວັນຄ້າຍວັນເກີດທ່ານ ໜູຮັກ ພູມສະຫວັນ ຄົບຮອບ 114 ປີ(9/4/1910-9/4/2024) ທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ

ພິທີດັ່ງກ່າວຈັດຂຶ້ນ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ສັນລະເສີນເຖິງຄຸນງາມຄວາມດີ ແລະຜົນງານອັນໃຫຍ່ຫຼວງຂອງທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ ແລະການປະຕິວັດ ເຊິ່ງທ່ານ ເປັນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດ ທີ່ໄດ້ຮ່ວມຂະບວນການປະຕິວັດ, ສ້າງຕັ້ງພັກ ແລະສ້າງຕັ້ງລະບອບໃໝ່, ຕະຫຼອດຊີວິດເພິ່ນໄດ້ເສຍສະຫຼະ ແລະອຸທິດຕົນຕໍ່ພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າ.