ເຈົ້າໜ້າທີ່ພ້ອມປະຈຳປ້ອມ 24 ຊົ່ວໂມງ ເພື່ອປ້ອງກັນເຫດໄລຍະປີໃໝ່ລາວ

57

ກົມຕຳຫລວດຈະລາຈອນ ໄດ້ກະກຽມກຳລັງຄົນ ແລະວັດຖຸອຸປກອນ ເພື່ອກະກຽມປ້ອງກັນ, ສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ 2567 ໄລຍະ 11-17 ເມສາ 2024 ໂດຍຈະຈັດຕັ້ງກຳລັງເຈົ້າໜ້າທີ່ຕຳຫລວດຈະລາຈອນ ລົງເຮັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍ, ອຳນວຍຄວາມສະດວກຕາມເສັ້ນທາງ, ສະຖານທີ່ຊຸມນຸມຊົນ, ແຫລ່ງທ່ອງທ່ຽວ, ບັນດາເສັ້ນທາງທີ່ມີຄວາມສ່ຽງການເກີດ ອຸບັດເຫດ ແລະ ບ່ອນອື່ນໆ; ເພີ່ມທະວີການປ້ອງກັນ, ສະກັດກັ້ນຄວາມໄວ, ກວດກາທາດເຫລົ້າ ຂອງຜູ້ຂັບຂີ່ຕາມເສັ້ນທາງຫລວງ, ຈັດຕັ້ງກໍາລັງຕໍາຫລວດຈະລາຈອນ ເຂົ້າປະຈຳຈຸດ, ປະຈໍາປ້ອມ ໃນເຂດຕົວເມືອງ ໂດຍສະເພາະປ້ອມຖາວອນ 24 ຊົ່ວໂມງ, ປ້ອມຊົ່ວຄາວ 16 ຊົ່ວ ໂມງ ເພື່ອເຮັດໜ້າທີ່ລະບາຍການສັນຈອນ ແລະ ອຳນວຍຄວາມສະດວກໃຫ້ແກ່ການສັນຈອນຕາມເສັ້ນທາງສາມແຍກ, ສີ່ແຍກ, ແກ້ໄຂການຈະລາຈອນແອອັດໃຫ້ມີຄວາມວ່ອງໄວ.

No photo description available.
ທ່ານ ພັອ ຄຳສອນ ສີດາວົງ ຮອງກົມຕຳຫລວດຈະລາຈອນ ໄດ້ໃຫ້ຮູ້ໃນວັນທີ 9 ເມສາ 2024 ວ່າ: ໃນໄລຍະການສະເຫລີມສະຫລອງບຸນປີໃໝ່ ລາວ ພສ 2567, ກົມຕຳຫລວດຈະລາຈອນ ໄດ້ອອກແຈ້ງການ ກ່ຽວກັບການປ້ອງກັນ ສະກັດກັ້ນອຸບັດເຫດຈະລາຈອນ ໂດຍສະເພາະ ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດຈະລາຈອນທາງບົກ ຢ່າງເຂັ້ມງວດ. ໃນນັ້ນ, ຖືເອກະສານລົດເມື່ອມີການກວດກາ ຂອງເຈົ້າໜ້າທີ່; ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນ ຖ້າຫາກລະເມີດຈະໄດ້ສຶກສາອົບຮົມ, ກັກລົດໄວ້ ແລະ ປັບໃໝຕາມລະບຽບການ ເພື່ອຄວາມປອດໄພຂອງຜູ້ຂັບຂີ່; ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ ໂດຍສານ; ກ່ອນຈະນຳໃຊ້ຍານພາຫະນະ ຕ້ອງກວດສະພາບເຕັກນິກ, ຄວາມພ້ອມຂອງຍານພາຫະນະ ໃຫ້ມີຄວາມຮັບປະກັນເປັນຢ່າງດີ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສໍາຮອງທຸກຄັ້ງເວລາເດີນ ທາງ ແລະ ປະຕິບັດລະບຽບກົດໝາຍ ກ່ຽວກັບການຂົນສົ່ງທາງບົກຢ່າງເຂັ້ມງວດ.

May be an image of 1 person and text

ສະເພາະເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ສຳລັບລົດເກັງ, ກະບະ, ລົດຈິບ ປະເພດລົດເບົາ ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫລຸດ 80 km/ຊົ່ວໂມງ, ລົດບັນ ທຸກ, ລົດຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ຄວາມໄວ້ສູງສຸດບໍ່ໃຫ້ເກີນ 70-90 km/ຊົ່ວໂມງ, ເຂົ້າທາງອຸມຸງຄວາມໄວສູງສຸດ 80 km/ຊົ່ວໂມງ (ເຈົ້າໜ້າທີ່ຕໍາຫລວດຈະໄດ້ຈັບຄວາມໄວ); ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ(ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳຫລວດຈະ ລາຈອນຈະໄດ້ກັກຜູ້ຂັບຂີ່ໄວ້ ເພື່ອສຶກສາອົບຮົມ, ສວາງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫລື ໃຫ້ຍາດພີ່ ນ້ອງ, ໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ, ພ້ອມດຳເນີນຕາມຂັ້ນຕອນ ຂອງກົດໝາຍ ໃນເວລາຕໍ່ໄປ.

No photo description available.
ພ້ອມດຽວກັນນີ້ ແມ່ນຫ້າມຂັບຂີ່ຍານພາຫະນະ ເກີນຄວາມໄວ ທີ່ກົດໝາຍລະບຽບການ ແລະ ປ້າຍສັນຍານຈະລາຈອນ ກໍານົດໄວ້, ຫ້າມໃຊ້ໂທລະສັບໃນເວລາຂັບຂີ່; ຫ້າມຂີ່ລົດຈັກ ເປັນພຶງເປັນແພ ກີດຂວາງການສັນຈອນ ຕາມເສັ້ນທາງຢ່າງເດັດຂາດ; ຫ້າມຜູ້ໂດຍສານ ນັ່ງຂອບກະບະລົດ ຫລື ນັ່ງຝາທ້າຍລົດ ໃນເວລາລົດກຳລັງສັນຈອນຢ່າງເດັດຂາດ; ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຄົນໂດຍສານເກີນຈຳນວນ ແລະ ຊ່ວງຊີງເອົາຄົນໂດຍສານ ຢ່າງເດັດຂາດ; ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ຍານພາຫະນະຢ່າງເດັດຂາດ; ຫ້າມຈອດລົດໃນເສັ້ນ ທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີຍານພາຫະນະເປ່ເພ່); ຖ້າບຸກຄົນໃດຫາກລະເມີດ ຕໍ່ບັນດາຂໍ້ຫ້າມທີ່ລະບຸໄວ້ນີ້ແມ່ນຈະຖືກສຶກສາອົບຮົມ ແລະ ປັບໃໝ ຕາມກົດໝາຍກຳນົດໄວ້ ຢ່າງເຂັ້ມງວດ.