ອັນດັບ1 ຊັ້ນມໍ 4 ນະຄອນຫລວງວຽງຈັນ ກວາດໝົດ 4 ວິຊາ ການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ2023-2024

110

ພິທີສະຫຼຸບການແຂ່ງຂັນສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ (ມ4,ມ7) ລະດັບຊາດ ສົກຮຽນ 2023-2024 ຈັດຂຶ້ນໃນວັນທີ 5 ເມສາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກ່າວວ່າ:  ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ແລະ ມ7 ຄັ້ງນີ້ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 2 ເມສາ 2024  ແຕ່ລະແຂວງໄດ້ສົ່ງນັກສອບເສັງເພື່ອເຂົ້າຮ່ວມແຂ່ງຂັນໃນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ວິຊາລະ 1 ຄົນຕໍ່ຊັ້ນ. ມີນັກສອບເສັງມາຈາກ 17 ແຂວງ ແລະ ນະຄອນຫຼວງ ທີ່ເຂົ້າຮ່ວມການແຂ່ງຂັນ ທັງໝົດ 144 ຄົນ(ຍິງ 74 ຄົນ).

ຊັ້ນມໍ 4 ວິຊາພາສາລາວ – ວັນນະຄະດີ ອັນດັບ1 ນາງ ປາຢົງ ທ່າວເຈີດຈິງ  ຈາກໂຮງຮຽນ ມສ ປາດຖະໜາ ນະຄອນຫຼວງວຽງຈັນ, ອັນດັບ2 ນາງ ສອນນາລີ ພົມມະຈັກ  ມສ ພອນສະຫວັນຊຽງຂວາງ ແຂວງຊຽງຂວາງ: ອັນດັບ3 ນາງ ຈິ່ງຮຸ່ຍ ລາວເຊີນ ຈາກ ມສ ມິດຕະພາບ ແຂວງອຸດົມໄຊ

ວິຊາຄະນິດສາດ ອັນດັບ1 ນາງປາວີນາ ໄຊຍະເດດ  ມສ ປາດຖະໜາ ນະຄອນຫຼວງວຽງຈັນ, ອັນດັບ2 ນາງເພັດວິສຸກ ມຸນີໄຊວິຊາ ມສ ມິດຕະພາບລາວ-ຫວຽດ ແຂວງສະຫວັນນະເຂດ, ອັນດັບ3 ທ້າວ ເອກສະດາ ສຸທໍາມະວົງ  ມສ ໂພນໝີ ແຂວງວຽງຈັນ

ວິຊາເຄມີສາດ ອັນດັບ1ນາງ ທິດາວັນ ໄຊຍະສຸກ ມສ ພອນສະຫວັນຊົນເຜົ່າ ນະຄອນຫຼວງວຽງຈັນ , ອັນດັບ2 ນາງ ລິນລະດາ ໄຊຍະວົງ ມສມິດຕະພາບລາວ-ຫວຽດ ແຂວງສະຫວັນນະເຂດ, ອັນດັບ3 , ທ້າວ ຈີວະຣັນ ຄູນຈະເລີນ  ມຕ ຊື່ນຮວາ ແຂວງຫຼວງພະບາງ

ວິຊາຟິສິກສາດ ອັນດັບ1 ນາງສຸພາພອນ ສີສົມຫວັງ  ມສ ວຽງຈັນ ນະຄອນຫຼວງວຽງຈັນ, ອັນດັບ2 ທ້າວໂຊກທະວີ ສຸລິຍະ  ມສ ມິດຕະພາບລາວ-ຫວຽດ ແຂວງສະຫວັນນະເຂດ

ລາງວັນທີ 1 ໄດ້ຮັບຫຼຽນຄຳ,ເງິນລາງວັນ 19.100.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາ;
ລາງວັນທີ 2 ໄດ້ຮັບຫຼຽນເງິນ, ເງິນລາງວັນ 15.355.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາ; ລາງວັນທີ 3 ໄດ້ຮັບຫຼຽນທອງ, ເງິນລາງວັນ 11.580.000ກີບ ແລະ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກິລາ;