ເຊກອງ ເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້

136

ວັນທີ 4 ເມສາ 2024 ທີ່ບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍບັນດາລັດຖະມົນຕີ ແລະ ແຂກພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມເປີດຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍພາຍໃຕ້ການຊີ້ນໍາ-ບັນຊາ ຂອງປະທານ ຄຳໄຕ ສິພັນດອນ.

ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ຫົວໜ້າຄະນະຮັບຜິດຊອບໂຄງການພື້ນຟູບູລະນະຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ລາຍງານວ່າ: ໃນການເຄື່ອນໄຫວເຮັດການປະຕິວັດ ຂອງປະທ່ານ ຄຳໄຕ ສີພັນດອນ ຢູ່ເມືອງດາກຈຶງ ແມ່ນຈຸດເລີ່ມຕົ້ນຂອງການປະຕິວັດລາວໃຕ້ ໂດຍປະທ່ານ ຄຳໄຕ ສີພັນດອນ ທີ່ເຄົາລົບຮັກເປັນຜູ້ກໍ່ຕັ້ງນຳພາ ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄືພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ. ເພິ່ນໄດ້ຮັບການມອບໝາຍຫຼາຍໜ້າທີ່ສໍາຄັນຈາກປະຊາຊົນ, ຈາກຜູ້ແທນລັດຖະບານລາວອິດສະຫຼະປະຈໍາເຂດໃຕ້ລາວຄື: ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກໍາມະການສູນກາງພັກ; ໄດ້ຮັບການປະດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນປັດຈຸບັນ; ເປັນກໍາມະການ ກົມການເມືອງສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເລຂາທິການສູນກາງພັກ (ຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ). ປະທານ ຄໍາໄຕ ສີພັນດອນ ໄດ້ຈັດຕັ້ງຄະນະກໍາມະການຕໍ່ຕ້ານເຂດພາກໃຕ້ໃນປີ 1948 ເຖິງປີ 1949 ໂດຍສ້າງເປັນເຂດທີ່ໝັ້ນຢູ່ເຂດບ້ານດາກປຳ ເມືອງດາກຈຶງ ແຂວງເຊກອງ ເປັນພື້ນທີ່ຍຸດທະສາດໃນການຕໍ່ຕ້ານ, ໄດ້ສ້າງເງື່ອນໄຂໃຫ້ການຕໍ່ຕ້ານຢູ່ເຂດໃຕ້ຂະຫຍາຍຕົວ ຢ່າງໄວວາ ແລະ ໄດ້ຮັບໄຊຊະນະ (ອໍານາດການປົກຄອງເກົ່າໄດ້ຖືກລົບລ້າງ), ອໍານາດການປົກຄອງໃໝ່ຂັ້ນບ້ານ, ຕາແສງ ແລະ ເມືອງໄດ້ຮັບການສ້າງຕັ້ງຂຶ້ນຄື: ຕາແສງຊຽງຫຼວງ, ຕາແສງຕາຕື ແລະ ຕາແສງອາຢູນ ເພື່ອນໍາພາການຕໍ່ສູ້ກູ້ຊາດດ້ວຍຫຼາຍວິທີ ແລະ ຫຼາຍຮູບແບບເຊັ່ນ: ນໍາໃຊ້ຮູບແບບທາງດ້ານການເມືອງໄດ້ນໍາໃຊ້ວິທີ 3 ຈື່ 4 ບໍ່ ແລະ ທາງດ້ານການທະຫານ ໂດຍສ້າງກໍາລັງປ້ອມໝັ້ນສູ້ລົບຕິດລຽນ ໃນແຕ່ລະຕາແສງໃນນັ້ນມີກອງຫຼອນ 30 ທ່ານ. ໄດ້ແຕ່ງຕັ້ງຜູ້ບັນຊາ 3 ທ່ານຄື: ທ່ານ ຢວນ (ບ້ານເປັງຢາ) ເປັນຫົວໜ້າ, ທ່ານ ເນື້ອດ (ບ້ານດາກບອງ) ເປັນຮອງ ແລະ ທ່ານ ບຣຶດ (ບ້ານດາກເຊງ) ເປັນຄະນະ; ການເຄື່ອນໄຫວຕໍ່ສູ້ແຕ່ລະໄລຍະ ໂດຍພາຍໃຕ້ການນໍາພາ ຂອງປະທານ ຄໍາໄຕ ສີພັນດອນ ສາມາດສະກັດກັ້ນ ໂດຍການປຸກລະດົມປະຊາຊົນບ້ານມາເປັນກອງຫຼອນບ້ານ, ສ້າງອາວຸດບູຮານຟື້ນເມືອງທີ່ຜະລິດດ້ວຍຫົວ ຄິດປະດິດສ້າງພູມປັນຍາຂອງທ້ອງຖິ່ນເຊັ່ນ: ຫອກ, ຫຼາວ, ດາບ, ງ້າວ, ໜ້າ ໜ້ອງ ແລະ ອື່ນໆ ເຊິ່ງສາມາດຕີຈັກກະພັດຝຣັ່ງຕາຍ 14 ບັກ.

ໃນໄລຍະການຕໍ່ສູ້ກູ້ຊາດຕ້ານຈັກກພັດອາເມລິກາ, ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ເມືອງດາກຈຶງ ເຊິ່ງເວລາໃດກໍໜັກແໜ້ນທາງດ້ານການເມືອງ, ສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາກາຍເປັນຜູ້ຊີ້ນໍາ- ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ທັງໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດໃນຫຼາຍດ້ານ. ເຫັນໄດ້ຄວາມສຳຄັນອັນໃຫຍ່ຫຼວງທາງປະຫວັດສາດດັ່ງກ່າວ, ພັກ-ລັດຖະບານ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈຶ່ງໄດ້ພື້ນຟູບູລະນະ ແລະ ກໍ່ສ້າງມາແຕ່ເດືອນ 8/2023 ຮອດວັນທີ 4/4/2024 ຈຶ່ງສຳເລັດ ເຊິ່ງມີມູນຄ່າໃນເບື້ອງຕົ້ນ 1.689 ລ້ານກີບ. ໃນນັ້ນ, ກໍ່ສ້າງເຮືອນພັກ ຂອງປະທານ ຄຳໄຕ ສີພັນດອນ, ເຮືອນພັກທະຫານລາວ-ທະຫານຫວຽດນາມ, ປ້ອມຍາມ, ປ້າຍຊີວະປະຫວັດ ຂອງທ່ານ ປະທານ ຄໍາໄຕ ສີພັນດອນ, ປ້າຍບອກທາງ, ເສັ້ນທາງ-ຂົວຈົມເຂົ້າຈຸດຖານທີ່ໝັ້ນ ແລະ ຫ້ອງນໍ້າ.
ທີ່ມາ: ຂ່າວແຂວງເຊກອງ