ປະກາດ ຍົກຂັ້ນເງີນເດືອນ ເລື່ອນຊັ້ນ ໃຫ້ນາຍ ແລະ ພົນຕຳຫຼວດ ກົມໃຫຍ່ຕຳຫຼວດ

331

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດຍົກລະດັບຂັ້ນເງິນເດືອນຊັ້ນ ພັທ ຂຶ້ນເປັນຊັ້ນ ພັອ ແລະ ປະກາດເລື່ອນຊັ້ນ, ຊັບຊ້ອນ ນາຍ ແລະ ພົນຕໍາຫຼວດ ໃຫ້ບັນດາກົມ, ຫ້ອງ ທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ໃນວັນທີ 3 ເມສາ 2024 ນີ້ ເປັນປະທານໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະນຳກົມກອງອ້ອມຂ້າງ ແລະ ພະນັກງານນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

May be an image of 2 people, dais and text
ພັທ ອຸໄທ ມະຫາວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕຳຫຼວດ ກົມໃຫຍຕຳຫຼວດ ໃນນັ້ນຍົກຂັ້ນເງິນເດືອນ ຊັ້ນ ພັທ ຂຶ້ນເປັນຊັ້ນ ພັອ ມີທັງໜົດ 6 ສະຫາຍ.

May be an image of 4 people and text
ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານການເລື່ອນຊັ້ນ ດັ່ງນີ້:
– ເລື່ອນຊັ້ນ ພັຕ ຂຶ້ນ ພັທ 4 ສະຫາຍ
– ເລື່ອນຊັ້ນ ຮອ ຂຶ້ນ ພັຕ 12 ສະຫາຍ
– ຮທ ຂຶ້ນ ຮອ 35 ສະຫາຍ

May be an image of 5 people, dais and text
ໃຫ້ກຽດປະດັບຊັ້ນໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ.

May be an image of 3 people, dais and text

ຂອບໃຈຂ່າວຈາກ, ຄວາມສະຫງົບ