ລາວ-ໄທ-ຫວຽດນາມ ຈັດກອງປະຊຸມຮ່ວມກັນສົ່ງເສີມການຄ້າ, ການລົງທຶນ ແລະທ່ອງທ່ຽວ

80

ໃນວັນທີ 2 ເມສາຜ່ານມາຢູ່ແຂວງເຊກອງ, ໄດ້ຈັດກອງປະຊຸມກ່ຽວກັບວຽກງານສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ແຂວງເຊກອງ-ແຂວງຈໍາປາສັກ ສປປ ລາວ, ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ, ແຂວງກວາງນາມ-ນະຄອນດານັງ ສສ ຫວຽດນາມ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ບັນດາທ່ານເຈົ້າແຂວງ-ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 4 people, dais and text
ຈຸດປະສົງການພົບປະແລກປ່ຽນຄັ້ງນີ້, ເພື່ອເປັນການເປີດກວ້າງຄວາມເຂົ້າໃຈຕໍ່ແຂວງເຊກອງໃນຖານະເປັນແຂວງໃຈກາງເຊື່ອມໂຍງ-ເຊື່ອມຈອດແລວທາງຕາເວັນອອກ-ຕາເວັນຕົກທີ່ສັ້ນທີ່ສຸດ ເພື່ອບໍ່ໃຫ້ແຂວງເຊກອງ ເປັນກໍາແພງກີດກັ້ນໂອກາດໃນການພັດທະນາ ແລະ ຮ່ວມກັນເປັນເອກະພາບຮັບຮອງເອົາແລວທາງດັ່ງກ່າວ ເປັນແລວທາງທີ່ສັ້ນ ແລະ ດີທີ່ສຸດ ເພື່ອຮ່ວມກັນຍາດແຍ່ງດຶງດູດແຫຼ່ງທຶນໃນການພັດທະນາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ.

May be an image of 5 people, dais and text

ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridor) ທີ່ຜ່ານນະຄອນດານັງ, ແຂວງກວາງນາມ, ແຂວງເຊກອງ, ແຂວງຈໍາປາສັກ ແລະ ແຂວງອຸບົນຣາຊະທານີ ຈະກາຍເປັນເສັ້ນທາງທີ່ຊ່ວຍພັດທະນາໃຫ້ສາມາດເຊື່ອມຈອດແລວເສດຖະກິດອື່ນໆ ເພື່ອເປົ້າໝາຍກາຍເປັນສູນກາງເຊື່ອມຕໍ່ທາງບົກໃນອະນຸພາກພື້ນ ແລະ ຈະຫັນຈາກເສັ້ນທາງເດີນທະເລຈາກເສັ້ນທາງເດີມ ຜ່ານແຂວງເຊກອງໄປສູ່ເສັ້ນທາງລົດໄຟ ສາມາດຫຼຸດຜ່ອນຄ່າຂົນສົ່ງ, ຍົກສູງປະສິດທິຜົນ ແລະ ອໍານວຍຄວາມສະດວກດ້ານການຄ້າ, ຫຼຸດຜ່ອນຄວາມຊັກຊ້າກ່ຽວກັບການເຄື່ອນຍ້າຍສິນຄ້າ ແລະ ການນໍາເຂົ້າສິນຄ້າຂ້າມຊາຍແດນ.

May be an image of 1 person and dais
ກອງປະຊຸມຄັ້ງນີ້, ແຕ່ລະຝ່າຍໄດ້ມີຄວາມເປັນເອກະພາບ ແລະ ເຫັນດີສະໜັບສະໜູນໃນການສ້າງເງື່ອນໄຂອໍານວຍຄວາມສະດວກສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການເຊື່ອມໂຍງ-ເຊື່ອມຈອດ ເພື່ອເສີມຂະຫຍາຍສາຍພົວພັນທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມໃຫ້ນັບມື້ແໜ້ນແຟ້ນ, ເຂັ້ມແຂງ ທີ່ຕ່າງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ.

May be an image of 4 people, dais and text

ຂ່າວ-ພາບ: ຂ່າວເຊກອງ