ກະຊວງ ປກສ ປະກາດເລື່ອນຊັ້ນໃຫ້ນາຍຕຳຫລວດຂັ້ນສູງ

654

ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫລວດຂັ້ນສູງ ໃນວັນທີ 2 ເມສາ 2024 ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນ, ຄະນະກົມໃຫຍ່, ຫ້ອງວ່າການ, ຄະ ນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ແລະ ນາຍຕໍາຫລວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍຕຳຫລວດ ຊັ້ນພົນຈັດຕະວາ ຂຶ້ນ ຊັ້ນພົນຕີ 3 ສະຫາຍ; ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ມີ 10 ສະຫາຍ ແລະ ເລື່ອນຊັ້ນ ພັນໂທ ຂຶ້ນ ຊັ້ນ ພັນເອກ ຈຳນວນ 49 ສະຫາຍ, ຍິງ 4 ສະຫາຍ.

ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານາຍຕຳ ຫລວດທີ່ໄດ້ຮັບການເລື່ອນຊັ້ນ, ພ້ອມທັງມີຄຳເຫັນໂອ້ລົມວ່າ: ການເລື່ອນຊັ້ນຄັ້ງນີ້, ແມ່ນສະແດງເຖິງຜົນງານ, ຄວາມເຕີບໃຫຍ່ຂະຫຍາຍຕົວ ທາງດ້ານການນຳພາ-ບັນຊາວຽກງານ, ຄວາມຮັບຜິດຊອບ, ຄວາມຮູ້ຄວາມສາມາດ, ຄວາມເຂັ້ມແຂງທີ່ບັນດາສະຫາຍ ສາມາດສ້າງໄດ້ຕະຫລອດໄລຍະຜ່ານມາ ເຊິ່ງໃນຕໍ່ໜ້າ, ບັນດາສະຫາຍຈົ່ງເພີ່ມຄວາມເປັນແບບຢ່າງໃນທຸກດ້ານ, ສືບຕໍ່ນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ໃຫ້ສົມຄູ່ກັບຊັ້ນ, ຕຳແໜ່ງທີ່ສູງເດັ່ນຂຶ້ນ.
ຂ່າວ-ພາບ: ສິລິພອນ