ທະນາຄານໂລກຄາດຄະເນ ເສດຖະກິດອາຊີປີນີ້ ຈະເຕີບໂຕ 4,6%

29

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນບົດລາຍງານຂອງທະນາຄານໂລກ ( WB ) ກ່ຽວກັບການປັບປຸງສະພາບເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ທີ່ເຜີຍແຜ່ໃນວັນທີ 1 ເມສາຜ່ານມາ ໂດຍລະບຸວ່າ: ເສດຖະກິດທີ່ພັດທະນາໃນພາກພື້ນອາຊີປາຊີຟິກ ທີ່ບໍ່ລວມຈີນ ຈະຂະຫຍາຍຕົວ 4,6% ໃນປີ 2024 ເຊິ່ງຫຼາຍ ກວ່າປີ 2023 ທີ່ຂະຫຍາຍຕົວ4,4% ເນື່ອງຈາກການຟື້ນຕົວຂອງການຄ້າ.

อาจเป็นรูปภาพของ 10 คน, ถนน และ ตึกระฟ้า

ສຳລັບ ຈີນ, ທະນາຄານໂລກ ຄາດຄະເນວ່າ ພື້ນຖານເສດຖະກິດໃຫຍ່ອັນດັບສອງຂອງໂລກຈະເຕີບໂຕ 4,5% ໃນປີນີ້ ເມື່ອທຽບໃສ່ປີກາຍແມ່ນ 5,2%.

ບົດລາຍງານຂອງທະນາຄານໂລກເຕືອນວ່າ: ເຖິງວ່າການສົ່ງອອກສິນຄ້າໃນພາກພື້ນຈະຟື້ນຕົວໃນໄລຍະທ້າຍປີ 2023 ແຕ່ປະເທດກຳລັງພັດທະນາໃນອາຊີອາດຈະປະເຊີນກັບນະໂຍບາຍທີ່ສັບຊ້ອນທາງການຄ້າໃນຕະຫຼາດປາຍທາງທີ່ສຳຄັນ ເຊັ່ນ: ອາເມຣິກາ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.