ເອົາໃຈຊ່ວຍນັກຮຽນເກັ່ງ 144 ນ້ອງເຂົ້າຫ້ອງເສັງລະດັບຊາດມື້ນີ້

231

ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດໄດ້ເລີ່ມຂຶ້ນແລ້ວມື້ນີ້ ແລະຈະດຳເນີນໄປຈົນຮອດວັນທີ 5 ເມສາ 2024 ເຮົາກໍ່ຈະໄດ້ຮູ້ວ່າ ໃຜຄືທີສຸດຂອງແຕ່ລະວິຊາ.

May be an image of 1 person and studying

ພິທີການສອບເສັງໄດ້ຈັດຂຶ້ນ ຢູ່ມະຫາວິທະຍາໄລແຫ່ງຊາດ(ມຊ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄະນະກຳມະການ, ຄູ-ອາຈານນໍາພານັກຮຽນຈາກແຕ່ລະແຂວງ ແລະ ນັກສອບເສັງເຂົ້າຮ່ວມ.

ທ່ານນາງຄໍາປະເສີດ ກິຕິຍະວົງ ລາຍງານວ່າ: ໃນແຕ່ລະສົກຮຽນ ກົມສາມັນສຶກສາກະຊວງສຶກສາທິການ ແລະ ກິລາ ໄດ້ຈັດໃຫ້ມີການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ເຊິ່ງເປັນໜຶ່ງໃນກິດຈະກຳບຸລິມະສິດທີ່ມີຄວາມສຳຄັນປະຈຳສົກຮຽນ. ສໍາລັບຊັ້ນ ມ.4 ໄດ້ຈັດຕັ້ງສອບເສັງເປັນປີ ທີ 15 ແລະ ມ.7 ເປັນປີທີ 14.

May be an image of 9 people and people studying
ຈຸດປະສົງກໍ່ເພື່ອສ້າງໂອກາດໃຫ້ນັດຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ ພ້ອມທັງສົ່ງເສີມ ແລະຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຝົດຟື້ນ, ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ, ທັງເປັນການຍ້ອງຍໍນັກຮຽນເກັ່ງ ແລະ ໃຫ້ມີໂອກາດແກ່ຜູ້ທີ່ສອບເສັງໄດ້ຊະນະເລີດ ອັນດັບ 1, 2 ແລະ 3 ແຕ່ລະວິຊາໄດ້ຮັບທຶນການສຶກສາ ເພື່ອຮຽນຕໍ່ໃນວິຊາທີ່ຕົນເອງມັກ ແລະ ມີຄວາມສາມາດ, ເພື່ອວັດ ແລະ ປະເມີນຜົນ ຜົນສຳເລັດດ້ານການສິດສອນ-ຮ່ຳຮຽນຂອງຄູ ແລະ ນັກຮຽນ ເພື່ອຄັດເລືອກ ແລະສົ່ງເສີມນັກຮຽນເກັ່ງທີ່ມີພອນສະຫວັນໃນແຕ່ລະວິຊາເປັນຕົວແທນຂອງຊາດ ເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນສ້າງໂອກາດໃຫ້ຄູນຳພາ ແລະ ນັກສອບເສັງ ຈາກທົ່ວປະເທດໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ.

ໃນສົກຮຽນ 2023-2024 ນີ້ ມີນັກຮຽນເກັ່ງເຂົ້າຮ່ວມການສອບເສັງ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈຳນວນ: 72 ຄົນ, ຍິງ 43 ຄົນ; ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈໍານວນ: 72 ຄົນ, ຍິງ 31 ຄົນ. ລວມທັງໝົດ 144 ຄົນ, ຍິງ 74 ຄົນ ແລະ ສຳມະເນນ 3 ອົງ ເປັນນັກຮຽນຊັ້ນ ມ.7. ໃນນັ້ນກວມເອົາ 16ຊົນເຜົ່າ 4 ກຸ່ມພາສາ.

May be an image of 2 people and table

ສຳລັບມາດຖານການຕັດສິນຜົນການສອບເສັງ ໄດ້ກໍານົດຄະແນນໃນວິຊາສອບເສັງຕ້ອງໄດ້ 7 ຄະແນນ ຂຶ້ນໄປທຸກວິຊາທີ່ສອບເສັງຈຶ່ງຈະຖືກຮັບຮອງເປັນນັກຮຽນເກັ່ງລະດັບຊາດ. ສຳລັບລາງວັນການສອບເສັງ ໄດ້ຈັດໃຫ້ມີລາງວັນທີ 1, 2, 3 ແລະ ລາງວັນຊົມເຊີຍ ໃນແຕ່ລະວິຊາ. ສຳລັບການຍ້ອງຍໍ ເລີ່ມແຕ່ສົກຮຽນ 2015-2016 ເປັນຕົ້ນມາ ຜູ້ທີ່ສອບເສັງໄດ້ອັນດັບ 1, 2 ແລະ 3ນອກຈາກຈະໄດ້ຮັບໃບຢັ້ງຢືນ, ໃບຍ້ອງຍໍ ແລະ ທຶນການສຶກສາແລ້ວ ຍັງຈະໄດ້ຮັບຫຼຽນນັກຮຽນເກັ່ງອີກດ້ວຍ.

 

ທ່ານ ພຸດ ສິມມາລາວົງ ກ່າວວ່າ: ຂະບວນການສອບເສັງຂອງພວກເຮົາຄັ້ງນີ້ ນອກຈາກຈັດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດແລ້ວ ພວກເຮົາຍັງຈະມີກິດຈະກໍາ ຖາມ-ຕອບວິທະຍາສາດ ແລະ ກິດຈະກຳ ທັດສະນະສຶກສາຢ້ຽມຊົມໂຮງຮຽນານາຊາດ ແລະ ສະຖານທີ່ທ່ອງທ່ຽວປະຫວັດສາດແຫ່ງຕ່າງໆ ຊຶ່ງລ້ວນແລ້ວແຕ່ເປັນແຫຼ່ງການສຶກສາຫາຄວາມຮູ້ໃຫ້ແກ່ພວກລູກຫຼານ.