ເລື່ອງເສົ້າພົບຜູ້ເສຍຊີວິດ 1 ຄົນ ຈາກພະຍຸພັດຜ່ານຢູ່ເມືອງຄໍາເກີດ

147

ທ່ານ ບຸນຍົມ ຫລວງບຸນມາ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງຄໍາເກີດ, ແຂວງບໍລິຄໍາໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 1 ເມສາ 2024 ນີ້ວ່າ: ເວລາປະມານ 7 ໂມງ 15 ນາທີຂອງວັນທີ 29 ມີນາ 2024 ໄດ້ມີພະຍຸພັດຜ່ານເທດສະບານເມືອງຄໍາເກີດ ເຮັດໃຫ້ມີລົມແຮງ, ຝົນ ແລະ ໝາກເຫັບຕົກ ເປັນເວລາບໍ່ຮອດເຄີ່ງຊົ່ວໂມງ ແຕ່ໄດ້ສ້າງຄວາມເສຍຫາຍໃຫ້ທັງໝົດ 11 ບ້ານພາຍໃນເທດສະບານເມືອງ, ໃນນີ້ ມີເຮືອນຊານ, ໂຮງຮຽນ, ຮ້ານອາຫານ, ປໍ້ານໍ້າມັນ ແລະ ອາຄານຕ່າງໆ ເສຍຫາຍ 788 ຫລັງ, ລະບົບໄຟຟ້າ ແລະ ນໍ້າປະປາໄດ້ຮັບຄວາມເສຍຫາຍຫລາຍສົມຄວນ. ຮ້າຍແຮງກວ່ານີ້ ມີຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 61 ປີ ຢູ່ບ້ານໂພນແພງ ຍ້ອນກະເບື້ອງຕົນໃສ່ ແລະ ໄດ້ຮັບບາດເຈັບ 14 ຄົນ.

ທ່ານ ບຸນຍົມ ຫລວງບຸນມາ ໃຫ້ຮູ້ຕື່ມວ່າ: ສໍາລັບຜູ້ທີ່ໄດ້ຮັບບາດເຈັບ ເບື້ອງຕົ້ນສົ່ງມາປິ່ນປົວຢູ່ນະຄອນຫລວງວຽງຈັນ, ໂຮງໝໍແຂວງຄໍາມ່ວນ ແລະ ປະເທດໃກ້ ຄຽງ, ເຊິ່ງປັດຈຸບັນທຸກຄົນມີອາການດີຂຶ້ນ ແລະ ກັບຄືນໄປປິ່ນປົວຢູ່ເຮືອນຂອງຕົນ ເອງແລ້ວ. ສ່ວນລະບົບໄຟຟ້າ ແລະ ນໍ້າປະປາທີ່ໄດ້ຮັບຄວາມເສຍຫາຍ ໜ່ວຍງານທີ່ກ່ຽວຂ້ອງໄດ້ສ້ອມແປງຄືນສໍຳເລັດແລ້ວປະມານ 80%, ເຊັ່ນດຽວກັບບັນດາໂຮງຮຽນທີ່ໄດ້ຮັບຄວາມເສຍຫາຍກໍໄດ້ຮັບການສ້ອມແປງເພື່ອໃຫ້ນັກຮຽນໄດ້ກັບຄືນມາຮຽນໜັງສືປົກກະຕິໃນອາທິດໜ້ານີ້.
Cr: BT, ວິທະຍຸກະຈາຍສຽງແຫ່ງຊາດລາວ