ລະວັງກັນແດ່ພົບລູກລະເບີດບໍ່ທັນແຕກຢູ່ ເຂດບ້ານທ່າຂາມລຽນ ເມືອງສອງຄອນ

42

ຕາມການລາຍງານຂອງ ຂ່າວເມືອງສອງຄອນ ລະບຸວ່າ: ມີປະຊາຊົນໄປຫວ່ານແຫ ໃນວັນທີ 1 ເມສາ 2024 ໄດ້ພົບເຫັນລູກລະເບີດບໍ່ທັນແຕກຕົກຄ້າງ ຢູ່ນໍ້າເຊບັ້ງຫຽງ ເຂດກໍໄຄ້ບ້ານທ່າຂາມລຽນ ຢູ່ຊື່ທ່າຫ້າງບັ້ງໄຟ ເມືອງສອງຄອນ ແຂວງສະຫວັນນະເຂດ.

ປັດຈຸບັນ ພາກສ່ວນກ່ຽວຂ້ອງໄດ້ປະກາດແຈ້ງເຖິງ ພໍ່ແມ່ປະຊາຊົນຊາວບ້ານທ່າຂາມລຽນ ແລະບັນດາບ້ານໃກ້ຄຽງ, ຫ້າມໄປໃກ້ແຖວນັ້ນ ຈົນກວ່າຫນ່ວຍງານກ່ຽວຂ້ອງຈະອະນຸຍາດ.
ທີ່ມາ: ຂ່າວເມືອງສອງຄອນ