ເປີດການປະມູນໂຄງການກໍ່ສ້າງສ້ອມແປງສະຖານທີ່ພັກເຊົາ ແລະ ສະໜາມ ຮັບໃຊ້ງານກີລາ ມະຫາວິທະຍາໄລລາວ ຄັ້ງທີ 2

59

ສະຫະພັນກີລາມະຫາວິທະຍາໄລລາວ, ມະຫາວິທະໄຍາໄລແຫ່ງຊາດ ອອກແຈ້ງການປະມູນ ເລກທ959 / ສກມລ.ມຊ, ນະຄອນຫຼວງວຽງຈັນ ລົງວັນທີ 26 ມີນາ 2024 ເລື່ອງເປີດການປະມູນໂຄງການກໍ່ສ້າງສ້ອມແປງສະຖານທີ່ພັກເຊົາ ແລະ ສະໜາມ ຮອບໃຊ້ງານກີລາ ມະຫາວິທະຍາໄລລາວ ຄັ້ງທີ 2.

ໂດຍແຈ້ງການລະບຸວ່າ: ປະທານ ຄະນະຮັບຜິດຊອບຈັດງານມະຫະກໍາກີລາມະຫາວິທະຍາໄລລາວ ຄັ້ງທີ 2, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງບັນດາວິສາຫະກິດສ່ວນບຸກຄົນທີ່ດໍາເນີນທຸລະກິດດ້ານການກໍ່ສ້າງສ້ອມແປງ ທີ່ມີທະບຽນດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ແລະ ມີຄວາມສົນໃຈທີ່ຈະເຂົ້າຮ່ວມການປະມູນ ໂຄງການ ກໍ່ສ້າງສ້ອມແປງສະຖານທີ່ພັກເຊົາ ແລະ ສະໜາມແຂ່ງຂັນກີລາຮັບໃຊ້ໃນການຈັດການແຂ່ງຂັນກີລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍນໍາໃຊ້ງົບ ປະມານ ຂອງການຈັດງານມະຫາກໍາກີລາວິທະຍາໄລລາວ ຄັ້ງທີ 2 ໃຫ້ຕິດຕໍ່ພົວພັນເອົາເອກະສານການປະມູນນໍາຄະນະຮັບຜິດຊອບປັບປຸງ, ສ້ອມແປງສະຖານທີ່ພັກເຊົາ ແລະ ສະໜາມແຂ່ງຂັນກີລາ ນັບແຕ່ວັນທີ 26 ມີນາ ຫາວັນທີ 2 ເມສາ 2024 ໃນເວລາລັດຖະການ, ການສົ່ງຊອງປະມູນຈະໄດ້ຈັດຂຶ້ນພ້ອມກັນກັບມື້ເປີດຊອງປະມູນຄື ວັນທີ 3 ເມສາ 2024 ເວລາ 14:00 ໂມງ ທີ່ຫ້ອງປະຊຸມ 213 ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເຂົ້າຮ່ວມຊ້ອງໜ້າຄະນະກໍມະການປະມູນການຈັດຊື້ສິນຄ້າ, ການກໍ່ສ້າງ ແລະ ການບໍລິການດ້ວຍທຶນຂອງລັດ ແລະ ອໍານວຍການບໍລິສັດ ຫຼື ຜູ້ຕາງໜ້າທີ່ຖືກແຕ່ງຕັ້ງເປັນລາຍລັກອັກສອນ.

ເງື່ອນໄຂການປະມູນ:
-ມີທະບຽນວິສາຫະກິດດ້ານການກໍ່ສ້າງສ້ອມແປງ, ມີໃບອະນຸຍາດດໍາເນີນທຸລະກິດ ແລະ ທະບຽນອາກອນ ປີ 2024.
-ຄໍ້າປະກັນຊອງປະມູນ 2 % ຂອງມູນຄ່າສະເໜີ (ເປັນແຊກເງິນສົດສາມາດຖອນໄດ້) ເງິນຄໍ້າປະກັນດັ່ງ ກ່າວສໍາລັບບໍລິສັດ/ວິສາຫະກິດຜູ້ຊະນະຈະໄດ້ຮັບການສົ່ງຄືນພາຍຫຼັງເອກະສານສັນຍາໄດ້ຮັບການເຊັນຮັບ ຮອງຄົບຖ້ວນຈາກທັງສອງຝ່າຍ. ສ່ວນຜູ້ບໍ່ຊະນະການປະມູນເຈົ້າຂອງໂຄງການຈະສົ່ງເງິນຄໍ້າປະກັນຊອງປະ ມູນພາຍຫລັງຕັດສິນການປະມູນ 3 ວັນລັດຖະການ.
-ໃບຢັ້ງຢືນຜົນງານການກໍ່ສ້າງສ້ອມແປງໄລຍະຜ່ານມາທີ່ມີມູນຄ່າຫຼາຍກວ່າຫຼືເທົ່າກັບມູນຄ່າຂອງໂຄງການ.
-ເອກະສານສະເໜີລາຄາ, ແຜນດໍາເນີນງານ ແລະ ໃບຄໍາຮ້ອງຂໍເຂົ້າຮ່ວມປະມູນຕ້ອງຢັ້ງຢືນດ້ວຍລາຍເຊັນ ແລະ ປະທັບຕາບໍລິສັດ/ວິສາຫະກິດ.
-ການເປີດຊອງປະມູນພິຈາລະນາຕາມເງື່ອນໄຂ ຕາມຂໍ້ 1 ຫາ 5, ຖ້າບໍລິສັດໃດເອກະສານບໍ່ຄົບຖ້ວນຕາມເງື່ອນໄຂດັ່ງກ່າວຖືວ່າສະລະສິດຈາກການປະມູນແລະຈະບໍ່ນໍາເຂົ້າໄປພິຈາລະນາໃນການຕັດສິນການປະມູນ.

ສໍາລັບ ງານານມະຫະກຳກີລາມະຫາວິທະຍາໄລລາວຄັ້ງທີ II ທີ່ຈະຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດ ເລີ່ມແຕ່ວັນທີ 5-14/5/2024 ຊຶ່ງຈະມີຜູ້ເຂົ້າຮ່ວມແຂ່ງຂັນຈາກມະຫາວິທະຍາໄລ, ວິທະຍາຄານ, ວິທະຍາໄລທົ່ວປະເທດ.
ຂ່າວ: Larh Creators; ຮູບຈາກ: ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ