ນະຄອນຫຼວງພະບາງ ຈັດປີໃໝ່ລາວກັບຫຼາຍໆກິດຈະກໍາ ປະກວດນາງສັງຂານ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

35

ການານຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ແມ່ນຈະໄດ້ຈັດໃນລັກຊະນະເຕັມຮູບແບບ ເຊິ່ງຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ກັບຫຼາກຫຼາຍກິດຈະກໍາ ປະກວດນາງສັງຂານ, ພິທີແຫ່ຊ້າງຮຽງເກີຍ, ງານໂລະລາດ, ພິທີຕົບພະທາດຊາຍໃຫຍ່, ງານແຫ່ຫວໍ່ ແລະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວໃນອາທິດຜ່ານມາ ກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2567 ຄສ 2024 ທີ່ນະຄອນຫຼວງພະບາງ ວ່າ: ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ແມ່ນຈະໄດ້ຈັດໃນລັກຊະນະເຕັມຮູບແບບ ເຊິ່ງຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ເຊີ່ງການນໍາຂອງແຂວງໄດ້ຕົກລົງໃຫ້ ນະຄອນ ຫຼວງພະບາງ ສົມທົບກັບ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃນການກະກຽມຈັດງານບຸນໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະວຽກງານ, ທັງໄດ້ກະກຽມວຽກງານແຕ່ລະດ້ານ, ສຳລັບລາຍການເຄື່ອນໄຫວບຸນ ໄດ້ກໍານົດເອົາແຕ່ວັນທີ 10 – 20 ເມສາ 2024 ໂດຍມີຫຼາກຫຼາຍກິດຈະກຳ. ກິດຈະກຳອັນພົ້ນເດັ່ນ ແມ່ນການປະກວດນາງສັງຂານ, ພິທີແຫ່ຊ້າງຮຽງເກີຍ, ງານໂລະລາດ, ພິທີຕົບພະທາດຊາຍໃຫຍ່, ງານແຫ່ຫວໍ່ ແລະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ພິທີອາລາດຖະນາອົງພະບາງລົງຫົດສົງ ແລະອື່ນໆ.