ການກໍ່ສ້າງຂົວຂ້າມນ້ຳເຊຈຳພອນ ເຂດບ້ານນາທົ່ມ ຈະໃຫ້ສຳເລັດທ້າຍປີນີ້

45

ການກໍ່ສ້າງຂົວເບຕົງເສີມເຫຼັກອັດແຮງຂ້າມນ້ຳເຊຈຳພອນ ເຂດບ້ານນາທົ່ມ ຍາວ 100 ແມັດ ກວ້າງ 5,5 ແມັດ ລວມມູນຄ່າເກືອບ 20 ຕື້ກີບ ໂດຍບໍລິສັດວີແອວພີ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງຈະໃຫ້ສຳເລັດທ້າຍປີນີ້.
ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການເງິນແຂວງ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງ ຄວາມຄືບໜ້າ ໂຄງການກໍ່ສ້າງຂົວເບຕົງເສີມເຫຼັກ – ອັດແຮງ ຂ້າມນ້ຳເຊຈຳພອນ ເຂດບ້ານນາທົ່ມ ເມືອງອາດສະພອນ ໃນຕອນບ່າຍວັນທີ 25 ມີນາ 2024 ໂດຍມີທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ ພ້ອມການນຳເມືອງຮ່ວມຕິດຕາມ.


ທ່ານ ບຸນທອນ ສິດທິໂສ ຮອງຫົວໜ້າຂະແໜງຂົວທາງ, ພະແນກໂຍທາທິການ ແລະ ຂົນສົ່ງ ທັງເປັນຫົວໜ້າໂຄງການກໍ່ສ້າງຂົວເບຕົງເສີມເຫຼັກອັດແຮງຂ້າມນ້ຳເຊຈຳພອນ ລາຍງານວ່າ: ເພື່ອເຮັດໃຫ້ການສັນຈອນໄປ – ມາຂອງປະຊາຊົນພາຍໃນເມືອງອາດສະພອນ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ; ດັ່ງນັ້ນ ການນຳຂອງແຂວງສະຫວັນນະເຂດ ຈຶ່ງໄດ້ສຸມທຶນຮອນໃນຮ່ວງເງິນເກີນແຜນປີ 2023 – 2024 ເພື່ອກໍ່ສ້າງຂົວເບຕົງເສີມເຫຼັກອັດແຮງຂ້າມນ້ຳເຊຈຳພອນ ເຂດບ້ານນາທົ່ມ ຍາວ 100 ແມັດ ກວ້າງ 5,5 ແມັດ ລວມມູນຄ່າເກືອບ 20 ຕື້ກີບ ໂດຍບໍລິສັດ ວີແອວພີ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງ.

ຈຸດທີ່ໄດ້ມີການກໍ່ສ້າງຂົວ ແມ່ນເປັນເສັ້ນທາງສາຍຫຼັກຂອງເມືອງອາດສະພອນ ທີ່ນອນໃນເຂດບ້ານນາທົ່ມ ຫາຈຸດສຸມນາເລົ່າ ເປັນຂົວທີ່ເຊື່ອມຕໍ່ໄປຫາຫຼາຍບ້ານ ໃນເຂດຈຸດຜ່ານມາສາມາດທຽວໄດ້ພຽງລະດູດຽວ. ປັດຈຸບັນການສັນຈອນໄປ – ມາຂອງພໍ່ແມ່ປະຊາຊົນຍັງບໍ່ສະດວກ ເພາະຍັງບໍ່ມີຂົວຂ້າມເຊ ແລະ ໃນລະດູຝົນ ແມ່ນບໍ່ສາມາດສັນຈອນໄປ – ມາໄດ້.
ຖ້າຫາກວ່າຂົວດັ່ງກ່າວ ກໍ່ສ້າງສຳເລັດກໍຈະເຮັດໃຫ້ເມືອງອາດສະພອນ ກາຍເປັນເມືອງພົ້ນທຸກຕາມດຳລັດ 348/ລບ ກໍຄືມີເສັ້ນທາງທຽວໄດ້ສອງລະດູ ກວມ 100% ແລະ ເຮັດໃຫ້ປະຊາຊົນໃນເຂດຈຸດສຸມນາເລົ່າ ແລະ ບ້ານໃກ້ຄຽງ ຈຳນວນ 13 ບ້ານ ມີ 11.887 ຄົນ ໄດ້ຮັບຜົນປະໂຫຍດ.


ສຳລັບຄວາມຄືບໜ້າຂອງການກໍ່ສ້າງ, ທ່ານ ທິບພະວອນ ສີລາຊາ ປະທານ ບໍລິສັດວີແອວພີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ລາຍງານວ່າ: ໂຄງການກໍ່ສ້າງຂົວເບຕົງເສີມເຫຼັກອັດແຮງຂ້າມນ້ຳເຊຈຳພອນ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນພະຈິກ 2023 ສະເພາະວຽກຕອກເສົາເຂັມທັງໝົດ 28 ຕົ້ນ ສຳເລັດ 76%; ມາຮອດປັດຈຸບັນສາມາດປະຕິບັດສຳເລັດໃນຫຼາຍໜ້າວຽກ ຄື: ວຽກດິນ, ວຽກທົ່ວໄປ, ວຽກຕອກເສົາເຂັມ, ວຽກກໍ່ສ້າງຮາກຖານ, ວຽກກໍ່ສ້າງລຳເສົາ, ວຽກຜະລິດຂາງຂົວ, ວຽກຜະລິດສິ້ນສ່ວນເບຕົງ ເທົ່າກັບ 77,60% ແລະ ຈະໃຫ້ສຳເລັດໃນ 100% ໃນທ້າຍປີ 2024. ຄາດວ່າໃນລະດູຝົນປີນີ້ ຈະໃຫ້ປະຊາຊົນສາມາດທຽວໄປ – ມາໄດ້.

ໂອກາດນີ້, ທ່ານຮອງເຈົ້າແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ກໍ່ສ້າງຂອງບໍລິສັດ ທີ່ໄດ້ສຸມໃສ່ເຮັດໃຫ້ການກໍ່ສ້າງມີຄວາມຄືບໜ້າໄວ ເພື່ອໃຫ້ປະຊາຊົນມີການຄົມມະນາຄົມທີ່ສະດວກສະບາຍ; ພ້ອມນີ້ ທ່ານກໍໄດ້ລົງສຳຫຼວດເບິ່ງເຂດການກໍ່ສ້າງຕົວຈິງຂອງຂົວດັ່ງກ່າວນຳອີກ.