ລົງທຶນຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນ ເນື້ອທີ່ 4 ເຮັກຕາ ຢູ່ອັດຕະປື

36

ບໍລິສັດ ແສງອາລຸນ ໄດ້ຮັບອະນຸຍາດລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ໃນເນື້ອທີ່ 4 ເຮັກຕາຢູ່ແຂວງອັດຕະປື.

ພິທີເຊັນສັນຍາ ສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກໄດ ເຊິ່ງເປັນໂຄງການສຳປະທານແຫ່ງທີ 2 ມີຂຶ້ນໃນວັນທີ 27 ມີນາ 2024 ໂດຍການຮ່ວມລົງນາມ ລະ ຫວ່າງ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ອັດຕະປື ກັບ ທ່ານ ນາງ ແກບ ຖານານົນ ປະທານ ບໍລິສັດ ແສງອາລຸນຂຸດຄົ້ນ ແລະ ປຸງແຕ່ງຫີນປາໂກໄດ ອັດຕະປື ຈຳກັດ ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໂຄງການລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ມີເນື້ອທີ່ສຳປະທານຂຸດຄົ້ນຕາມການສຳຫຼວດຈາກວິຊາການ ແລະ ການເຫັນດີອະນຸມັດຕາມສັນຍາແມ່ນມີເນື້ອທີ່ 4 ເຮັກຕາ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ເນື້ອທີ່ 7,5 ເຮັກຕາ ຢູ່ເຂດບ້ານທາດພະໄຊ ເມືອງໄຊເສດຖາ ແຂວງ ອັດຕະປື ໄລຍະການສຳປະທານ 8 ປີ, ມີກຳລັງການຂຸດຄົ້ນສະເລ່ຍ 600 ໂຕນຕໍ່ປີ, ມີທຶນຈົດທະບຽນມູນຄ່າ 20 ຕື້ກີບ, ມູນຄ່າການລົງທຶນທັງໝົດ 50 ຕື້ກີບ, ເປັນການລົງທຶນຂອງເອກະຊົນພາຍໃນ 100%.
[ ຂ່າວ: ມັດສາ ]