ນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ ເຂົ້າໃນການສຶກສາຊັ້ນປະຖົມແຂວງຊຽງຂວາງ

48

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ແລະ ທ່ານ ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ເຂົ້າຮ່ວມສັງເກດການສອນໃນຫ້ອງຮຽນໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ທີ່ໂຮງຮຽນປະຖົມແຫ່ງໜຶ່ງໃນແຂວງຊຽງຂວາງ ແລະ ຢືນຢັນຄືນຄວາມມຸ່ງໝັ້ນຂອງລັດຖະບານອົດສະ ຕຣາລີ ໃນການຊ່ວຍເຫຼືອການສຶກສາຊັ້ນປະຖົມທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນ ສປປ ລາວ.

อาจเป็นรูปภาพของ 12 คน, ธง และ ข้อความ

ເມື່ອບໍ່ດົນມານີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງຢູ່ເມືອງຄຳ ແຂວງ  ຊຽງຂວາງ ເພື່ອສັງເກດການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່.

อาจเป็นรูปภาพของ 12 คน และ ข้อความ

ໃນລະຫວ່າງການຢ້ຽມຢາມໂຮງຮຽນ, ທ່ານລັດຖະມົນຕີ ໄດ້ກ່າວວ່າ “ ລັດຖະບານ ສປປ ລາວ ຮັບຮູ້ວ່າ ການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ເປັນພື້ນຖານຂອງປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ. ດ້ວຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ, ພວກເຮົາໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ເພື່ອປະສົມປະສານວິທີການສິດສອນແບບໃໝ່ ເຊິ່ງສົ່ງເສີມການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນຜ່ານກິດຈະກຳການຮຽນການສອນ, ການປະຕິບັດຕົວຈິງ ແລະ ການນຳໃຊ້ໃນຊີວິດຕົວຈິງ. ຂ້າພະເຈົ້າດີໃຈທີ່ໄດ້ມາຮ່ວມກັບທ່ານເອກອັກຄະລັດຖະທູດ ຈອນສ ໃນມື້ນີ້ ເພື່ອສັງເກດວິທີການສອນ ແລະ ການຮຽນແບບໃໝ່ທີ່ເປັນທິດທາງໃນການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໃນອະນາຄົດ ”.

อาจเป็นรูปภาพของ 6 คน, ผู้คนกำลังเล่นฟุตบอล และ ข้อความ

ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳເຫັນວ່າ: “ ລັດຖະບານອົດສະຕຣາລີ ມີການຮ່ວມມືອັນຍາວນານກັບລັດຖະບານລາວ ໃນດ້ານການສຶກສາ. ເປົ້າໝາຍຂອງພວກເຮົາ, ໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກີລາ ແມ່ນເພື່ອຊ່ວຍໃຫ້ເດັກນ້ອຍໃນເກນເຂົ້າຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນຫຼາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ. ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ອົດສະ ຕຣາລີ ໂດຍຜ່ານແຜນງານປັບປຸງການສຶກສາຂັ້ນພື້ນຖານ ( ບີຄວາ ) ເປັນຜູ້ສະໜັບສະໜູນການປັບປຸງການສຶກສາຊັ້ນປະຖົມ ແລະ ການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ.

อาจเป็นรูปภาพของ 6 คน, ผู้คนกำลังอ่านหนังสือ และ ข้อความ

ວຽກງານດັ່ງກ່າວແມ່ນຄວາມພະຍາຍາມອັນໃຫຍ່ຫຼວງ ແລະ ຂ້າພະເຈົ້າດີໃຈທີ່ໄດ້ມາທີ່ໂຮງຮຽນປະຖົມທີ່ມີສະພາບແວດລ້ອມເອື້ອອຳນວຍແກ່ການຮຽນການສອນແຫ່ງນີ້ ໂດຍມີ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ມາຮ່ວມນຳ ເພື່ອໃຫ້ເຫັນປະຈັກຕາຕໍ່ໝາກຜົນຂອງຄວາມພະຍາຍາມຮ່ວມກັນຂອງພວກເຮົາ.

อาจเป็นรูปภาพของ 11 คน และ ผู้คนกำลังอ่านหนังสือ

ທ່ານລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ຮ່ວມສັງເກດການຮຽນ – ການສອນວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ ໂດຍໄດ້ນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ພ້ອມດ້ວຍສື່ການຮຽນ – ການສອນ ທີ່ພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະ ຕຣາລີ. ທັງສອງທ່ານດີໃຈທີ່ໄດ້ເຫັນນັກຮຽນຮ່ວມມືຊ່ວຍເຫຼືອກັນໃນການຮຽນ, ມີສ່ວນຮ່ວມກັບສື່ການຮຽນການສອນ, ຮຽນຮູ້ໂດຍຜ່ານການທົດລອງ ແລະ ການທົບທວນຄືນໃນສິ່ງທີ່ເຂົາເຈົ້າກໍາລັງເຮັດ. ທັງສອງທ່ານຍັງໄດ້ເນັ້ນໜັກເຖິງບົດບາດສໍາຄັນຂອງຄູທີ່ຈະນໍາເອົາຫຼັກສູດສະບັບປັບປຸງໃໝ່ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

อาจเป็นรูปภาพของ 15 คน, ต้นไม้ และ ข้อความ

ທ່ານເອກອັກຄະລັດຖະທູດ ຈອນສ ຍັງໄດ້ກ່າວຕື່ມອີກວ່າ: ກະຊວງສຶກສາທິການ ແລະ ກີລາ, ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ໄດ້ປະຕິຮູບການສຶກສາຊັ້ນປະຖົມຜ່ານການປັບປຸງຫຼັກສູດຊັ້ນປະຖົມສຶກສາ. ການປ່ຽນແປງອັນສຳຄັນ ແມ່ນການເລີ່ມນຳໃຊ້ວິທີການຮຽນທີ່ເນັ້ນໃສ່ນັກຮຽນເປັນໃຈກາງ ແລະ ເນັ້ນການປະຕິບັດຕົວຈິງ, ໄດ້ຫັນຈາກການຮຽນຮູ້ແບບເກົ່າ ໄປສູ່ການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ທັກສະທີ່ຈຳເປັນສຳລັບສະຕະວັດທີ 21. ພວກເຮົາຮັບຮູ້ວ່າຄູຈະຕ້ອງໄດ້ສືບຕໍ່ຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າເຂົາເຈົ້າສາມາດປະຕິບັດການຮຽນ – ການສອນແບບໃໝ່ຢ່າງຄົບຖ້ວນ. ລັດຖະບານອົດສະຕຣາລີ ຈະສືບຕໍ່ຮ່ວມມືກັບກະຊວງສຶກສາທິການ ແລະ ກີລາ ໂດຍຜ່ານແຜນງານບີຄວາ ແລະ ຈະສຸມໃສ່ການພັດທະນາວິຊາຊີບຄູໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ”.