ນວ ສະຫຼຸບການສອບເສັງນັກຮຽນເກັ່ງ

22

ພິທີສະຫຼຸບການສອບເສັງນັກຮຽນເກັ່ງນະຄອນຫຼວງ ວຽງຈັນ ສົກຮຽນ 2023 – 2024 ຈັດຂຶ້ນໃນວັນທີ 29 ມີນາ 2024 ທີ່ສູນການຄ້າ ລາວ – ໄອເຕັກ ໂດຍການເປັນປະທານຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 9 ຕົວເມືອງ ພ້ອມດ້ວຍພະນັກງານ ຄູ – ອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.


ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາ ກ່າວວ່າ: ການສ້າງຂະບວນການສອບເສັງນັກຮຽນເກັ່ງ ກໍເພື່ອຄັດເລືອກນັກຮຽນເກັ່ງເຂົ້າໄປເສັງໃນລະດັບຊາດ;ເພື່ອສ້າງຂະບວນການໃຫ້ນັກຮຽນໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນໃນແຕ່ລະຂັ້ນ, ສົ່ງເສີມການຮຽນ – ການສອນຢູ່ໃນສາຍສາມັນສຶກສາ ໂດຍສະເພາະແມ່ນຊັ້ນປະຖົມ ແລະ ມັດທະຍົມ ໃນທົ່ວນະຄອນຫຼວງໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນ ເຮັດໃຫ້ຂະບວນການສອນດີ – ຮຽນເກັ່ງ ເຊິ່ງນອນຢູ່ໃນ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກີລາ ວາງອອກປາກົດຜົນເປັນຈິງ ພ້ອມທັງເປັນການສ້າງໂອກາດໃຫ້ນັກຮຽນທີ່ມີພອນສະຫວັນ ໄດ້ສະແດງອອກດ້ານຄວາມຮູ້, ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນເອງ ໃນວິຊາຮຽນພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ ( ສຳລັບຊັ້ນ ປ 5 ) ວິຊາພາສາລາວ – ວັນນະຄະດີ, ຄະນິດສາດ, ເຄມີສາດ, ຟີຊິກສາດ ( ສຳລັບຊັ້ນມັດທະຍົມ ມ 4 ແລະ ມ 7 ).

ດັ່ງນັ້ນ, ເພື່ອເຮັດໃຫ້ຂະບວນການແຂ່ງຂັນມີບັນຍາກາດຟົດຟື້ນ ມີລັກສະນະແຂ່ງຂັນຢ່າງຕັ້ງໜ້າມີຄຸນນະພາບ ຄະນະກໍາມະການຮັບຜິດຊອບການແຂ່ງຂັນໄດ້ກໍານົດວິທີການ ແລະ ຂັ້ນຕອນໃນການແຂ່ງຂັນເປັນ 3 ຂັ້ນຕອນ ແຂ່ງຂັນລະດັບໂຮງຮຽນ, ລະດັບເມືອງ ແລະ ລະດັບນະຄອນຫຼວງ ເຊິ່ງໄດ້ເລີ່ມແຂ່ງຂັນນັບແຕ່ເດືອນທັນວາ 2023 ເປັນຕົ້ນມາ.


ສໍາລັບການແຂ່ງຂັນລະດັບນະຄອນຫຼວງວຽງຈັນ ມີນັກຮຽນສອບເສັງທັງໝົດ 665 ນ້ອງ ( ຍິງ 357 ນ້ອງ ) ສອບເສັງໃນວັນທີ 1 ມີນາ 2024 ທີ່ໂຮງຮຽນ ມ.ປາຍ ມິດຕະພາບວຽງຈັນ – ໂຮ່ຈິມິນ ແລະ ມາປະກາດຜົນໃນມື້ນີ້.
ຜົນການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງ ຜູ້ທີ່ໄດ້ຮັບລາງວັນຊົມເຊີຍມີທັງໝົດ 175 ນ້ອງ, ລາງວັນທີ 3 ມີ 11 ນ້ອງ ( ຍິງ 4 ນ້ອງ ), ລາງວັນທີ 2 ມີ 10 ນ້ອງ ( ຍິງ 7 ນ້ອງ ) ແລະ ລາງວັນຊະນະເລີດ 12 ນ້ອງ ( ຍິງ 6 ນ້ອງ ).

– ຊັ້ນ ປ 5 ລາງວັນຊະນະເລີດວິຊາຄະນິດສາດ ທ້າວ ມີໄຊ ແສງຄໍາຢອງ ຈາກໂຮງຮຽນປະຖົມສິນໄຊ, ວິຊາຄະນິດສາດ ທ້າວ ໄຊຍາພອນ ຄົດສຸດີ ຈາກໂຮງຮຽນປະຖົມປາດຖະໜາ, ວິຊາພາສາລາວ ນາງ ຫົງທອງ ອິນສີຊຽງລາຍ ຈາກໂຮງຮຽນຊະນະພົນ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ນາງ ວານິດາ ອິນທະວົງ ຈາກໂຮງຮຽນປາດຖະໜາ.

– ຊັ້ນ ມ 4 ລາງວັນຊະນະເລີດ ວິຊາພາສາລາວ – ວັນນະຄະດີ ນາງ ປາຢົ້ງ ທ່າວເຈີດຈິງ ຈາກໂຮງຮຽນປາດຖະໜາ, ວິຊາຄະນິດສາດ ນາງ ປາວິນາ ໄຊຍະເດ ຈາກໂຮງຮຽນປາດຖະໜາ, ວິຊາຟີຊິກສາດ ນາງ ສຸພະພອນ ສີສົມຫວັງ ຈາກໂຮງຮຽນ ມສ ວຽງຈັນ ແລະ ວິຊາເຄມີສາດ ນາງ ທິດາວັນ ໄຊຍະສຸກ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ.

– ຊັ້ນ ມ 7 ລາງວັນຊະນະເລີດວິຊາພາສາລາວ – ວັນນະຄະດີ ທ້າວ ທະວີຊັບ ຈັນທະສັກ ຈາກໂຮງຮຽນພອນສະຫວັນຊົນເຜົ່າ, ວິຊາຄະນິດສາດ ທ້າວ ລັດຕະນະໄຕສັນ ແກ້ວດາລາ ຈາກໂຮງຮຽນ ມສ ວຽງຈັນ, ວິຊາຟີຊິກສາດ ທ້າວ ໂທພິທັກ ໄພສານ ຈາກໂຮງຮຽນ ມສ ວຽງຈັນ ແລະ ວິຊາເຄມີສາດ ທ້າວ ອານຸພາບ ລາດຊະວົງ ຈາກໂຮງຮຽນ ພອນສະຫວັນຊົນເຜົ່າ.