ຫຼວງພະບາງ ກຳນົດ 6 ຈຸດສຸມ ພັດທະນາເສດຖະກິດ ປີ 2024

55

ແຂວງຫຼວງພະບາງ ກຳນົດ 6 ຈຸດສຸມ ເພື່ອພັດທະນາເສດຖະກິດ ປີ 2024 ໃຫ້ເຕີບໂຕໃນລະດັບ 5,5% ລວມຍອດຜະລິດຕະພັນພາຍໃນ ບັນລຸ 17.255 ຕື້ ກວ່າກີບ.

ອີງໃສ່ແຜນພັດທະນາເສດຖະກິດ – ສັງຄົມ ປີ 2024 ຂອງແຂວງຫຼວງພະບາງ ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ – ສັງຄົມ ປະຈຳປີ 2024 ຫຼວງພະບາງ ວາງຄາດໝາຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 5,5% ມູນຄ່າລວມຍອດຜະລິດຕະພັນພາຍໃນ ( GDP ) ຕາມລາຄາໃນປີໃຫ້ບັນລຸ 17.255 ຕື້ກີບ ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 35,89 ລ້ານກີບ ຫຼື ເທົ່າກັບ 1.742,25 ໂດລາສະຫະລັດ; ໃນນັ້ນ ຂະແໜງກະສິກຳ – ປ່າໄມ້ ຂະຫຍາຍຕົວ 4,75%, ຂະແໜງອຸດສາຫະກຳ – ຫັດຖະກຳ ຂະຫຍາຍຕົວ 6,49% ແລະ ຂະແໜງການບໍລິການ ຂະຫຍາຍຕົວ 5,48%.


ເພື່ອໃຫ້ສາມາດບັນລຸທິດທາງລວມຂອງແຜນພັດທະນາເສດຖະກິດ – ສັງຄົມ ປະຈຳປີ 2024 ຜັນຂະຫຍາຍໄປຕາມແຜນການ 5 ປີ ຄັ້ງທີ IX ຂອງແຂວງ ໂດຍສຸມໃສ່ 6 ເປົ້າໝາຍ ໃຫຍ່ ຄື:
1). ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ.
2). ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ – ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ແລະ ການບໍລິການ.

3). ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ.
4). ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ.
5). ການສ້າງໂຄງລ່າງພື້ນຖານທີ່ມີຄວາມເຂັ້ມແຂງ, ນຳໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
6). ການຄຸ້ມຄອງ – ບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.