ສ່ອງນ້ອງໆຕົວແທນນັກຮຽນເກັ່ງນະຄອນຫຼວງ ທີ່ກຽມໄປພິຊິດໄຊລະດັບຊາດໄວໆນີ້

142

ນະຄອນຫຼວງສຳເລັດການສອບເສັງນັກຮຽນເກັ່ງ ເພື່ອຄັດເລືອກຜູ້ທີ່ຈະໄປຮ່ວມສອບເສັງລະດັບຊາດໃນມໍ່ໆນີ້ ພິທີສະຫຼຸບຜົນການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງສົກຮຽນ 2023-2025 ໄດ້ຈັດຂື້ນໃນວັນທີ 29 ມີນາ 2024 ທີ່ສູນການຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ , ມີ ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການແລະ ກິລາ, ມີບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາ9ຕົວເມືອງ ພ້ອມດ້ວຍພະນັກງານຄູອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

May be an image of 8 people and text

ທ່ານຂັນໄຊ ແສງສຸນີ ກ່າວໃນບົດລາຍງານວ່າ: ຈຸດປະສົງຂອງການສ້າງຂະບວນການສອບເສັງນັກຮຽນເກັ່ງກໍເພື່ດຄັດເລືອກນັກຮຽນເກັ່ງເຂົ້າໄປເສັງໃນລະດັບຊາດ ເພື່ອສ້າງຂະບວນການໃຫ້ນັກຮຽນໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນໃນແຕ່ລະຂັ້ນ, ສົ່ງເສີມການຮຽນ-ການສອນຢູ່ໃນສາຍສາມັນສຶກສາ ໂດຍສະເພາະແມ່ນຊັ້ນປະຖົມ ແລະ ມັດທະຍົມ ໃນທົ່ວນະຄອນຫຼວງໃຫ້ມີບັນຍາ ກາດ ຟົດຟື້ນ, ມີລັກສະນະແຂ່ງຂັນ ເຮັດໃຫ້ຂະບວນການສອນດີ-ຮຽນເກັ່ງເຊິ່ງນອນຢູ່ໃນ 3 ຂໍ້ແຂ່ງຂັນຂອງກະຊວງ ສຶກສາທິການ ແລະ ກິລາ ວາງອອກປະກົດຜົນເປັນຈິງ ພ້ອມທັງເປັນການສ້າງໂອກາດໃຫ້ນັກຮຽນທີ່ມີພອນສະຫວັນໄດ້ສະແດງອອກດ້ານຄວາມຮູ້, ຄວາມສາມາດ, ແລະ ຫົວຄິດປະດິດສ້າງຂອງຕົນເອງ ໃນວິຊາຮຽນພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ (ສຳລັບຊັ້ນປ.5) ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ, ຟີຊິກສາດ (ສຳລັບຊັ້ນມັດທະຍົມ ມ.4 ແລະ ມ.7)

May be an image of 8 people and text
ສໍາລັບການແຂ່ງຂັນລະດັບນະຄອນຫຼວງວຽງຈັນມີນັກຮຽນສອບເສັງທັງໝົດ 665 ນ້ອງ, ຍິງ 357 ນ້ອງ ສອບເສັງໃນວັນທີ 01 ມີນາ 2024 ທີ່ ໂຮງຮຽນ ມປາຍ ມິດຕະພາບວຽງຈັນ-ໂຮ່ຈິມິນ ແລະ ມາປະກາດຜົນໃນມື້ນີ້ ເຊິ່ງຜົນການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງ ຜູ້ທີ່ໄດ້ຮັບລາງວັນຊົມເຊີຍມີທັງໝົດ175 ນ້ອງ, ລາງວັນທີ 3ມີທັງໝົດ 11ນ້ອງ ຍິງ 4 ນ້ອງ , ລາງວັນທີ 2 ມີທັງໝົດ 10 ນ້ອງ ຍິງ 7ນ້ອງແລະ ສໍາລັບລາງວັນຊະນະເລີດມີທັງໝົດ 12ນ້ອງ ຍິງ6ນ້ອງ ມີລາຍຊື່ຕໍ່ໄປນີ້:

May be an image of 8 people, dais and text
– ຊັ້ນ ປ5 ມີ: ທ້າວ ມີໄຊ ແສງຄໍາຢອງ ນັກຮຽນເກັ່ງວິຊາຄະນິດສາດ ຈາກໂຮງຮຽນປະຖົມສິນໄຊ, ທ້າວໄຊຍາພອນ ຄົດສຸດີ ນັກຮຽນເກັ່ງວິຊາຄະນິດສາດ ຈາກໂຮງຮຽນປະຖົມປາດຖະໜາ, ນາງ ຫົງທອງ ອິນສີຊຽງລາຍ ນັກຮຽນເກັ່ງວິຊາ ພາສາລາວຈາກໂຮງຮຽນຊະນະພົນ ແລະ ນາງ ວານິດາອິນທະວົງ ນັກຮຽນເກັ່ງວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມຈາກໂຮງຮຽນປາດຖະໜາ.

-ຊັ້ນ ມ4ມີ: ນາງປາຢົ້ງ ທ່າວເຈີດຈິງ ນັກຮຽນເກັ່ງວິຊາພາສາລາວ-ວັນນະຄະດີຈາກໂຮງຮຽນປາດຖະໜາ, ນາງປາວິນາ ໄຊຍະເດ ນັກຮຽນເກັ່ງວິຊາ ຄະນິດສາດຈາກໂຮງຮຽນປາດຖະໜາ, ນາງ ສຸພະພອນ ສີສົມຫວັງ ນັກຮຽນເກັ່ງວິຊາ ຟີຊິກສາດຈາກ ໂຮງຮຽນມສ ວຽງຈັນ ແລະ ນາງ ທິດາວັນ ໄຊຍະສຸກ ນັກຮຽນເກັ່ງວິຊາ ເຄມີສາດ ຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ.

May be an image of 7 people and text
-ຊັ້ນ ມ7 ມີ: ທ້າວທະວີຊັບ ຈັນທະສັກ ນັກຮຽນເກັ່ງວິຊາພາສາລາວ-ວັນນະຄະດີ ຈາກໂຮງຮຽນ ພອນສະຫວັນ-ຊົນເຜົ່າ, ທ້າວ ລັດຕະນະໄຕສັນ ແກ້ວດາລາ ນັກຮຽນເກັ່ງວິຊາຄະນິດສາດຈາກໂຮງຮຽນ ມສ ວຽງຈັນ, ທ້າວ ໂທພິທັກ ໄພສານ ນັກຮຽນເກັ່ງວິຊາຟີຊິກສາດ ຈາກໂຮງຮຽນ ມສ ວຽງຈັນ ແລະ ທ້າວ ອານຸພາບ ລາດຊະວົງ ນັກຮຽນເກັ່ງວິຊາເຄມີສາດຈາກໂຮງຮຽນ ພອນສະວັນຊົນເຜົ່າ.

May be an image of 7 people and text
ທ່ານສົມພອນ ສອນດາລາ ກ່າວວ່າ: ພິທີດັ່ງກ່າວນີ້ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ສຳລັບຂະແໜງການສຶກສາແລະ ກໍ່ເປັນຄວາມເອກອ້າງທະນົງໃຈຕໍ່ຜົນງານ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາຂອງນະຄອນຫຼວງວຽງຈັນກໍ່ຄືການ ຈັດຕັ້ງປະຕິບັດຕາມ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະແມ່ນແຂ່ງຂັນກັນສອນດີ- ຮຽນເກັ່ງແນໃສ່ເຮັດໃຫ້ການສຶກສາມີຄຸນນະພາບ ແລະ ເປີດໂອກາດໃຫ້ ນ້ອງນັກຮຽນທີ່ມີຄວາມຮູ້ຄວາມສາມາດ, ມີພອນສະຫວັນໃນດ້ານວິຊາຕ່າງໆໄດ້ສະແດງອອກ ແລະ ຄັດເລືອກເອົາເປັນຕົວແທນເຂົ້າຮ່ວມການສອບເສັງໃນລະດັບຊາດ.

ສໍາລັບການສອບເສັງນັກຮຽນເກັ່ງລະດັບຊາດຈະໄດ້ຈັດຂຶ້ນໃນວັນທີ2ເມສາ2024ທີ່ມະຫາວິທະຍາໄລແຫ່ງຊາດ(ມຊ)