ນວ ສະຫຼອງປີໃໝ່ລາວປີນີ້ຕາມຄໍາຂວັນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ”

50

ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຖະແຫລງຂ່າວຕໍ່ສືມວນຊົນ ຕອນເຊົ້າວັນທີ 28 ມີນາ 2024 ກ່ຽວກັບ ການກະກຽມຄວາມພ້ອມສະຫລອງປີໃໝ່ລາວ ວ່າ: ນະຄອນຫລວງວຽງຈັນ ( ນວ ) ຈະຈັດຫລາຍກິດກຳ ເພື່ອສະຫລອງບຸນປີໃໝ່ລາວ ປະຈຳປີ 2024 ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ, ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ເພື່ອສົ່ງເສີມກິດຈະກຳການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ມີສີສັນໂດດເດັ່ນ ແນໃສ່ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃຫ້ເພີ່ມຂຶ້ນ, ມີບັນຍາກາດຄຶກຄື້ນ-ເບີກບານຈິດໃຈ ຕາມຄໍາຂັວນ: “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ”.

ບຸນປີໃໝ່ລາວ ໃນປີນີ້ ນະຄອນຫລວງວຽງຈັນ ຈະຈັດໃຫ້ມີ ພິທີແຫ່-ຮ່ວມຊົມ-ຮ່ວມຫົດສົງພະພຸດທະຮູບມິ່ງເມືອງ ເພື່ອເປັນສີລິມຸງຄຸນໃຫ້ຕົນເອງ-ຄອບຄົວ ເຊິ່ງຈະຈັດຂຶ້ນໃນມື້ສັງຂານລ່ວງ ກົງກັບວັນເສົາ, ວັນທີ 13 ເມສາ 2024 ເລີ່ມແຕ່ເວລາ 13:00 ເປັນຕົ້ນໄປ ຢູ່ໜ້າວັດອິນແປງ ໄປຕາມເສັ້ນທາງເສດຖາທິລາດ ຄຸ້ມເມືອງເກົ່າ ຫລື ເອີ້ນວ່າ ເສັ້ນທາງວັດທະນະທຳຮອດຫໍພະແກ້ວ ໂດຍຈະມີຈະມີຂະບວນແຫ່ພະພຸດທະຮູບມິ່ງເມືອງ ເລີ່ມຕົ້ນດ້ວຍ ຂະບວນແຫ່ຂອງພະສົງ ຈຳນວນ 101 ອົງ ເປັນການເລີ່ມຕົ້ນປີໃໝ່ລາວ ທີ່ເປັນສີລິມຸງຄຸນ ໃຫ້ຊີວິດ, ຕິດຕາມດ້ວຍຂະບວນລາດຊະລົດ ພະພຸດທະຮູບມິ່ງເມືອງ, ຂະບວນລົດນໍ້າມົນ ຫົດສົງ-ສີດນໍ້າມົນຂອງພະສົງ, ຂະບວນລົດພາບາສີສູ່ຂວັນ ຮັບໂຊກ-ຮັບໄຊ ທີ່ເປັນມູນເຊື້ອມາແຕ່ບູຮານນະການ ເປັນພິທີສຳຄັນ, ຂະບວນແຫ່ຂອງເຖົ້າແກ່, ແນວໂຮມ, ຜູ້ຊົງຄຸນວຸດທິ, ບັນດາຊັ້ນຄົນ, ຂະບວນແຫ່ ລົດມະໂຫລີ ແລະ ຂະບວນແຫ່ ລົດແຄນລາວ, ຂະບວນ ສິລະປະ-ວັດທະນະທຳ, ຂະບວນແຫ່ ຂອງມວນຊົນ 9 ຕົວເມືອງ, ພິເສດ ຈະມີພິທີແຫ່ພະພຸດທະຮູບ, ຮ່ວມຊົມ ແລະ ຮ່ວມຫົດສົງພະພຸດທະຮູບມິ່ງເມືອງ ຢູ່ 2 ຟາກທາງ ຕາມເສັ້ນທາງເສດຖາທິລາດ ເຊິ່ງປີນີ້ ເຊິ່ງເປັນປີທ່ອງທ່ຽວລາວ ພິທີເປີດງານສະເຫລີມສະຫລອງບຸນປີໃໝ່ລາວ ຈະຈັດກິດຈະກໍາຕິດພັນກັບປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ.

ພ້ອມກັນນີ້ ນະຄອນຫລວງວຽງຈັນຍັງໄດ້ຈັດສັນເຂດສະຫລອງປີໃໝ່ ຢູ່ຕາມເສັ້ນທາງ ບໍລິເວນສະໜາມກິລາເຈົ້າອານຸວົງ, ບໍລິເວນສວນນ້ຳພຸ ແລະ ບໍລິເວນເຂດແຄມຂອງ ເພື່ອໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຮ່ວມສະເຫລີມສະຫລອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ.
ໂດຍ: ຄໍາກອງ