ລັດຖະກອນທົ່ວປະເທດ ຫລຸດລົງຫຼາຍ ໃນໄລຍະ 3 ປີ

142

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ກ່ຽວກັບການປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດ ຖະກອນ ໃນໂອກາດລາຍງານຢູ່ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ກະຊວງພາຍໃນຂອງລາວ ໄດ້ຄົ້ນຄວ້ານະໂຍບາຍຫລຸດຜ່ອນ ຈຳນວນພະນັກງານ-ລັດຖະກອນ ຢູ່ໃນບັນດາກົງຈັກການຈັດຕັ້ງ ຂອງພັກ-ລັດໃຫ້ມີຄວາມກະທັດຮັດ, ຄ່ອງຕົວ ແລະ ມີປະສິດທິພາບສູງກວ່າເກົ່າ ຕາມທິດຊີ້ນໍາຂອງລັດຖະບານ ດ້ວຍການຈຳກັດໂກຕາລັດຖະກອນໃນແຕ່ລະປີໃຫ້ໜ້ອຍລົງ ຖ້າທຽບໃສ່ຈຳນວນ.

ໃນນີ້ໂກຕາລັດຖະກອນທີ່ລັດຖະບານລາວອະນຸມັດຮັບໃໝ່ ໃນປີ 2021 ຈໍານວນ 1.600 ຄົນ, ປີ 2022 ຈໍານວນ1.300 ຄົນ ແລະ ປີ 2023 ຈໍານວນ 800 ຄົນ. ເຮັດໃຫ້ສາມາດຫລຸດຜ່ອນຈໍານວນລັດຖະກອນໃນທົ່ວປະເທດ ຈາກ 176.151 ຄົນໃນປີ 2021 ມາເປັນ ຈໍານວນ 172.341 ຄົນ ແລະ ໃນປີ 2023 ຫລຸດຫລົງ 3.810 ຄົນ. ເມື່ອທຽບກັບຈໍານວນປະຊາກອນທົ່ວປະເທດແມ່ນ ຫລຸດຈາກອັດຕາສ່ວນ 2,40% ເຫລືອພຽງ 2,28% ໃນໄລຍະ 3 ປີ.

ຂໍ້ມູນຈາກ: Lao National Radio