ຈັນສະໝອນ ທວງຕໍາແໜ່ງດາວງຍິງສູງສຸດຈາກ ວິໄລພອນ ໄດ້ອີກຄັ້ງໃນ ລາວຟຸດຊໍ ລີກ 2024

132

ຈັນສະໝອນ ພົມມະລີວົງ ກອງໜ້າຂອງ ເອັຟທີທີ ເອັຟຊີ ແຊງ ວິໄລພອນ ສີນວນຄຳ ກອງໜ້າຈາກຈັນສີ ເອັຟຊີ ຂຶ້ນນໍາຕໍາແໜ່ງດາວຍິງສູງສຸດຄົນປັດຈຸບັນ ຫຼັງນັດຫຼ້າສຸດຍິງໄປຄົນດຽວ 5 ພາທີມເອົາຊະນະ ມາສດ້າ ຈີບີ ເອັຟຊີ 13-1 ໃນການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ອາທິດທີ 4 ເມື່ອທ້າຍອາທິດທີ່ຜ່ານມາ.

ກ່ອນໜ້ານີ້ ຈັນສະໝອນ ພົມມະລີວົງ ຈາກ ເອັຟທີທີ ເອັຟຊີ ຂຶ້ນນໍາຕໍາແໜ່ງດາວຍິງສູງສຸດຈາກຜົນງານ 2 ນັດຍິງໄປ 5 ປະຕູ ກ່ອນທີ່ອາທິດທີ 3 ວິໄລພອນ ສີນວນຄຳ ສາມາດແຊງຂຶ້ນນໍາຕໍາແໜ່ງດາວຍິງສູງສຸດຈາກການຍິງໄປ 8 ປະຕູຈາກ 3 ນັດ ແຊງ.

ຫຼ້າສຸດ ຈັນສະໝອນ ພົມມະລີວົງ ສາມາດຍິງໄປຄົນດຽວ 5 ປະຕູຊ່ວຍໃຫ້ ເອັສທີທີ ເອັຟຊີ ຖະຫຼົ່ມ ມາສດ້າ ຈີບີ ເອັຟຊີ ໄປຂາດລອຍ 13-1 ເຮັດໃຫ້ຍິງໄປແລ້ວ 11 ປະຕູທວງຜູ້ນໍາດາວຍິງສູງສຸດໄດ້ອີກຄັ້ງ ໂດຍໜ່າງ ວິໄລຍະ ສີນວນຄໍາ ທີ່ຍິງໄປ 8 ປະຕູ ແລະ ອັນດັບ 3 ສອນວິໄລ ເພັດວຽງສີ ຍິງໄປ 7 ປະຕູຈາກການແຂ່ງຂັນ 4 ນັດ ( 4 ອາທິດທໍາອິດ ), ນອກນັ້ນ, ຍັງຊ່ວຍໃຫ້ ເອັສທີທີ ເອັຟຊີ ລົງສະໜາມ 4 ນັດຊະນະລວດມີ 12 ຄະແນນເທົ່າກັບທີມນໍາຢ່າງ ເບສະວັນ ເອັຟຊີ ແຊັມເກົ່າ.

ສໍາລັບ ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.

ສ່ວນຕາຕະລາງແຂ່ງຂັນອາທິດນີ້ມີດັ່ງນີ້:
+ວັນເສົາ 30 ມີນາ 2024
-ເວລາ 14:00 ເບສະຫວັນ ພົບ ນະຄອນຫຼວງ
-ເວລາ 16:00 ຈັນສີ ພົບ ວີເຊີນ
-ເວລາ 18:00 ອາສາ ພາວເວີ້ ພົບ ລະຊະຕະ
+ວັນອາທິດ 31 ມີນາ 2024
-ເວລາ 14:00 ຊີທີເອ ພາວເວີ້ ພົບ ມາສະດາ ຈີບີ
-ເວລາ 16:00 ເຄເອັມທີ ພົບ ຊີໄອທີ
-ເວລາ 18:00 ເອັສທີທີ ພົບ ເຫນືອ- ໃຕ້
ຂ່າວ: Larh Creators; ຮູບຈາກ: ສຕລ