ເມືອງຜາອຸດົມ ເປີດປີທ່ອງທ່ຽວລາວ 2024, ໄຮໄລທ໌ຢູ່ທີ່ ບຸນປະເພນີຢູນກຣະ ເຜົ່າກຶມມຸຣອກ

63

ເມືອງຜາອຸດົມ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບບຸນປະເພນີຢູນກຣະ ເຜົ່າກຶມມຸຣອກ ບ້ານໂຮມສຸກ ໃນວັນທີ 25 ມີນາ 2024 ໂດຍມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີການນຳຂອງແຂວງ, ເມືອງ, ພາກສ່ວນກ່ຽວຂ້ອງ, ອົງ ການປົກຄອງບ້ານ, ປະຊາຊົນບັນດາເຜົ່າເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການອະນຸລັກ ຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ, ທັງເປັນການຊຸກຍູ້ສົ່ງເສີມການທ່ຽວທ່ອງ.

ທ່ານ ຈັນທອນ ພົນທະລາ ເຈົ້າເມືອງຜາອຸດົມ ໄດ້ໃຫ້ຮູ້ວ່າ: ການເປີດປີທ່ອງທ່ຽວ 2024 ຕິດພັນກັບບຸນປະເພນີຢູນກຣະ ຢູ່ເມືອງຜາອຸດົມ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການອະນຸລັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າ ໄວ້ໃຫ້ສືບທອດກັນຕໍ່ໄປ. ໃນງານຄັ້ງນີ້, ໄດ້ມີການວາງສະແດງສິນຄ້າ ເປັນຕົ້ນ ແຜ່ນແພ, ເຄື່ອງຈັກສານ, ອຸປະກອນທຳການຜະລິດ, ເຄື່ອງຄົວເຮືອນ, ອາຫານທີ່ເປັນເອກະລັກຂອງບັນດາເຜົ່າ ແລະ ພູມປັນຍາຂອງທ້ອງຖິ່ນ, ພ້ອມທັງມີການສະແດງສີລະປະ-ວັນນະຄະດີຈາກບັນດາເຜົ່າ, ມີທັງບົດຟ້ອນ, ຂັບລຳ, ເຈີມ ທີ່ສ່ອງແສງເຖິງວິຖີຊີວິດ, ວັດທະນະທໍາ, ຂະນົບທໍານຽມ, ຮີດຄອງປະເພນີ ການນຸ່ງຖື-ການແຕ່ງກາຍ ທີ່ເປັນເອກະລັກ ຂອງບັນດາເຜົ່າ ຢ່າງມີບັນຍາກາດເບີກບານມ່ວນຊື່ນ.ນອກຈາກນີ້, ກໍໄດ້ມີການແຫ່ເກີ້ງ ກໍຄື ການແຫ່ຂະບວນບຸນປະເພນີຢູນກຣະ ໄປພາຍໃນບ້ານ ເພື່ອເປັນການບອກກ່າວ ໃຫ້ຜີບ້ານຜີເຮືອນ ແລະ ສິ່ງສັກສິດທັງປວງ ຊ່ວຍປົກປັກຮັກສາຄຸ້ມຄອງ ບ້ານ, ເມືອງ ໃຫ້ຢູ່ເຢັນເປັນສຸກ ການທຳມາຫາກິນ, ການຜະລິດພືດຜົນໄດ້ດຳເນີນໄປຢ່າງດີ ແລະ ໄດ້ຮັບຜົນດີຂື້ນເລື້ອຍງໆ.

ບຸນປະເພນີຢູນກຣະ ເຜົ່າກຶມມຸຣອກ ປະຊາຊົນບ້ານໂຮມສຸກ ໄດ້ຈັດຂຶ້ນໃນທຸກໆປີຕາມການເຊື່ອຖືແຕ່ປູ່ຍາຕາຍາຍ ເພື່ອລະນຶກເຖິງຄຸນງານຄວາມດີຂອງບັນພະບູລຸດ ທີ່ໄດ້ລວງລັບໄປ, ເປັນການສະເຫລີມສະຫລອງຜົນງານການເກັບກ່ຽວຜົນຜະລິດກະສິກຳ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ, ພົບປະສ້າງສັນ, ມ່ວນຊື່ນ ພາຍຫລັງສຳເລັດການເກັບກ່ຽວຜົນຜະລິດຕ່າງໆ. ໃນປີນີ້, ການຈັດບຸນປະເພ ນີຢູນກຣະ ເຜົ່າກຶມມຸຣອກ ແມ່ນຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢູ່ເມືອງຜາອຸດົມ ເຊິ່ງເມືອງຜາອຸດົມ ໄດ້ກໍານົດປະຕິທິນການທ່ອງທ່ຽວຂອງເມືອງໃນແຕ່ລະເດືອນ ປະກອບມີ 5 ກິດຈະກໍາໃນລະຫວ່າງຕົ້ນເດືອນທັນວາ ຫາເດືອນມັງກອນ ຫລື ເດືອນກຸມພາ ເປັນຕົ້ນ ບຸນກິນເຂົ້າໃໝ່ ຂອງເຜົ່າໄຕດໍາ, ບຸນກິນຈຽງ ຂອງເຜົ່າມົ້ງ, ບຸນເຕັດນຶມ ຂອງເຜົ່າກຶມມຸ, ບຸນຢູນກຣະ ຂອງເຜົ່າກຶມມຸຣອກ, ເດືອນມີນາ ຫາ ເດືອນເມສາ ແມ່ນ ບຸນຈູດບັ້ງໄຟ ຂອງເຜົ່າລື້.
ຂ່າວ: ສາຍສະໝອນ ແກ້ວວິສິດ