ຮຽກຮ້ອງໃຫ້ ປະຊາຊົນລາວ ຮ່ວມກັນຫຼຸດຜ່ອນຄວາມສ່ຽງຈາກໄພອັນຕະລາຍທີ່ເກີດຈາກມົນລະພິດທາງອາກາດ

39

ໃນວັນທີ 22 ມີນາ 2024, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກ່ຽວກັບ ການໃຫ້ຂໍ້ມູນຂ່າວສານດ້ານມົນລະມົນລະພິດທາງອາກາດ ຂຶ້ນ, ທີ່ໂຮງແຮມລາວພລາຊາ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ, ທ່ານ ວັນນະ ພັນພົງສາ ຮອງຫົວໜ້າຫ້ອງການທົດລອງສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມມີບັນດາສື່ມວນຊົນເຂົ້າຮ່ວມ.


ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ມົນລະພິດທາງອາກາດ ແມ່ນໜຶ່ງ ໃນຄວາມສ່ຽງດ້ານສິ່ງແວດລ້ອມທີ່ໃຫຍ່ທີ່ສຸດຕໍ່ສຸຂະພາບ. ປັດຈຸບັນ, ສະພາບອາກາດ ແມ່ນເລີ່ມຮ້າຍແຮງຂຶ້ນແລ້ວ ເຊິ່ງຄາດວ່າຈະສົ່ງຜົນກະທົບຕໍ່ສຸຂະພາບຂອງເຮົາຫຼາຍສົມຄວນ. ສະນັ້ນ, ຈຶ່ງມີຄວາມ ຈຳເປັນທີ່ທຸກຄົນ ໂດຍສະເພາະ ກຸ່ມທີ່ມີຄວາມສ່ຽງສູງ ຕ້ອງເຂົ້າໃຈເຖິງອັນຕະລາຍຈາກມົນລະພິດທາງອາກາດ ແລະ ປະຕິບັດມາດຕະການ ຕ່າງໆເພື່ອປ້ອງກັນຕົນເອງ.


ທ່ານ ວັນນະ ພັນພົງສາ, ຮອງຫົວຫນ້າຫ້ອງທົດລອງສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ສິ່ງສໍາຄັນທີ່ສຸດ ທີ່ທຸກຄົນສາມາດປະຕິບັດໄດ້ ແມ່ນການຫຼຸດຜ່ອນການປ່ອຍມົນລະພິດທາງອາກາດ. ສຳລັບຊາວກະສິກອນ, ສິ່ງສຳຄັນ ແມ່ນຢາກໃຫ້ມີການຫຼຸດຜ່ອນການເຜົາໄໝ້ຈາກການເຮັດກະສິກຳ.
ສຳລັບຜູ້ທີ່ອາໄສຢູ່ໃນຕົວເມືອງ, ຢາກໃຫ້ມີການຢຸດການ ຈູດຂີ້ເຫຍື້ອໃນຄົວເຮືອນ ແລະ ສຳລັບຫົວໜ່ວຍທຸລະກິດ ກໍຢາກໃຫ້ມີການຫຼຸດຜ່ອນສິ່ງເສດເຫຼືອ, ຢາກໃຫ້ມີການໃຊ້ວັດສະດຸ ທີ່ສາມາດນຳໃຊ້ຄືນ, ໝູນໃຊ້ ແລະ ຫັນມາໃຊ້ຝຸ່ນບົ່ມໂດຍການນໍາໃຊ້ຂີ້ເຫຍື້ອທີ່ສາມາດເຮັດຝຸ່ນໄດ້ຖ້າມີ. ການຫຼຸດຜ່ອນການ ປ່ອຍມົນລະພິດ ແມ່ນເປັນ ບາດກ້າວທີ່ສຳຄັນທີ່ສຸດເພື່ອຮັກສາສຸຂະພາບຂອງຄົນ, ສິ່ງແວດລ້ອມ ແລະ ແກ້ໄຂ ການປ່ຽນແປງດິນຟ້າອາກາດ.


ນອກຈາກນີ້, ສິ່ງທີ່ສຳຄັນ ແມ່ນປະຊາຊົນຕ້ອງມີຄວາມເຂົ້າໃຈ ແລະ ຕິດຕາມລະດັບມົນລະພິດທາງອາກາດໃນພື້ນທີ່ທີ່ຕົນອາໄສຢູ່ ເພື່ອປັບປ່ຽນພຶດຕິກຳ ຫຼື ປະຕິບັດຕາມມາດຕະການຕ່າງໆຕາມຄວາມເໝາະສົມ. ພວກເຮົາຂໍແນະນຳ ໃຫ້ທຸກຄົນເຂົ້າ ໄປທີ່ເວັບໄຊຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (www.aqm-monre.gov.la) ເພື່ອກວດເບິ່ງ ຂໍ້ມູນ ກ່ຽວກັບມົນລະພິດທາງອາກາດ, ແຫຼ່ງທີ່ມາຂອງມົນລະພິດດັ່ງກ່າວ ແລະ ມາດຕະການໃນການຄວບຄຸມຕ່າງໆ ແລະ ບອກຕໍ່ໃຫ້ໝູ່ເພື່ອນ ແລະ ຄອບຄົວຮູ້ນຳ. ແຫຼ່ງຂໍ້ມູນທີ່ເປັນທາງການ ຈະເປັນແຫຼ່ງທີ່ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ມີຄຸນນະພາບທີ່ສຸດ. ໃຫ້ເອົາໃຈໃສ່ຕິດຕາມຕົວເລກ AQI ໃນເຂດທີ່ຕົນອາໄສຢູ່ຈຶ່ງສາມາດເບິ່ງແຍງຕົນເອງ ແລະ ຄອບຄົວຈາກຜົນກະທົບຂອງມົນລະພິດໄດ້.
ເພື່ອຊ່ວຍໃຫ້ປະຊາຊົນປ້ອງກັນຕົນເອງໄດ້ດີຂຶ້ນ, ກະຊວງສາທາລະນະສຸກ ແລະ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ອອກຄຳແນະນຳ ກ່ຽວກັບ ມາດຕະການປ້ອງກັນມົນລະພິດທາງອາກາດໃນແຕ່ລະລະດັບ ເຊິ່ງລວມທັງການໃສ່ຜ້າອັດປາກ-ດັງ, ການໃຊ້ເຄື່ອງຟອກອາກາດ, ການຫຼຸດຜ່ອນການສຳຜັດກັບມົນລະພິດທາງອາກາດ ແລະ ຫຼີກລ້ຽງພື້ນທີ່ ຫຼື ກິດຈະກຳທີ່ເປັນແຫຼ່ງຂອງມົນລະພິດ ແລະ ວິທີ່ອື່ນໆ.
ມົນລະພິດທາງອາກາດ ແມ່ນປະກອບມີຝຸ່ນລະອອງ ແລະ ສານເຄມີ. ລະດັບຄວາມຮຸນແຮງຂອງມົນລະພິດທາງອາກາດ ແມ່ນຈະມີການລາຍງານຕາມດັດຊະນີຄຸນນະພາບອາກາດ ຫຼື AQI ເຊິ່ງເປັນລະບົບການຈັດລະດັບ ເພື່ອຊີ້ບອກລະດັບ ມົນລະພິດທາງອາກາດ, ລວມທັງ PM 2.5 ທີ່ເປັນມົນລະພິດທາງອາກາດ ທີ່ເປັນອັນຕະລາຍ ທີ່ສຸດປະເພດໜຶ່ງ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ນຳໃຊ້ AQI ແລະ ຈະມີການ ລາຍງານ ສະຖານະການເປັນປະຈໍາໃນໄລຍະທີ່ມີມົນລະພິດທາງອາກາດສູງສຸດ. ນອກນີ້, ກະຊວງສາທາລະນະສຸກ ກໍຈະນີການ ອອກຄຳແນະນຳ ແລະ ແຈ້ງເຕືອນ ກ່ຽວກັບສຸຂະພາບເປັນປະຈຳ.
ໃນ ສປປ ລາວ, ແຫຼ່ງມົນລະພິດທາງອາກາດຕົ້ນຕໍ ແມ່ນປະກອບມີ: ການເຜົາໄໝ້ຈາກການເຮັດກະສິກຳ, ການຈູດຂີ້ເຫຍື້ອໃນຄົວເຮືອນ ແລະ ຫົວໜ່ວຍທຸລະກິດ, ໄຟໄໝ້ປ່າ ແລະ ການປ່ອຍມົນລະພິດຈາກພາຫະນະຕ່າງໆ. ຄາດຄະເນວ່າ ມົນລະພິດທາງອາກາດຢູ່ພື້ນທີ່ນອກອາຄານ ໄດ້ສົ່ງຜົນໃຫ້ຄົນປະມານ 4.2 ລ້ານຄົນ ເສຍຊີວິດ ກ່ອນໄວອັນຄວນໃນທົ່ວໂລກ ໃນປີ 2019 ເຊິ່ງສາເຫດຕົ້ນຕໍ ແມ່ນເນື່ອງມາຈາກການສຳຜັດກັບຝຸ່ນລະອອງ (ລວມທັງ ຝຸ່ນ PM 2.5) ອັນພາໃຫ້ເກີດພະຍາດຫົວໃຈ ແລະ ພະຍາດປອດ ແລະ ມະເຮັງ. ເຊິ່ງຝຸ່ນລະອອງຂະໜາດນ້ອຍນີ້ ສາມາດດູດຊຶມຜ່ານ ປອດ ເຂົ້າໄປໃນກະແສເລືອດ ແລະ ອະໄວຍະວະຕ່າງໆ ເຊິ່ງສາມາດສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງຄົນເຮົາໄດ້. ສຳລັບຜູ້ທີ່ມີຄວາມສ່ຽງສູງ ໂດຍສະເພາະ ເດັກນ້ອຍ, ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດລະບົບຫາຍໃຈ ເຊັ່ນ: ພະຍາດຫົດ ຫຼື ຄົນທີ່ມີພະຍາດປະຈໍາຕົວ ຈໍາເປັນຕ້ອງໄດ້ລະມັດລະວັງເປັນພິເສດ ແລະ ຕິດຕາມລະດັບມົນລະພິດທາງອາກາດ.

ສໍາລັບອາການໃນໄລຍະສັ້ນທີ່ມາຈາກການສຳຜັດມົນລະພິດທາງອາກາດ ອາດປະກອບມີ: ເຄື່ອງຕາ, ດັງ, ຄໍ່ ແລະ ປອດ, ໄອ, ຈານ, ນໍ້າມູກໄຫຼ ແລະ ຫາຍໃຈຍາກ; ອາດເຮັດໃຫ້ອາການ ຂອງພະຍາດອື່ນໆຮ້າຍແຮງຂຶ້ນ ເປັນຕົ້ນພະຍາດຫືດ. ໃນໄລຍະຍາວ, ການສຳຜັດມົນລະພິດທາງອາກາດ ແລະ ຝຸ່ນ PM2.5 ສາມາດເຮັດໃຫ້ເສັ້ນເລືອດໃນສະໝອງຕີບ-ຕັນ ຫຼື ແຕກ, ເປັນພະຍາດຫົວໃຈ, ມະເຮັງປອດ ແລະ ພະຍາດທາງເດີນຫາຍໃຈທັງແບບຊຳເຮື້ອ ແລະ ແບບກະທັນຫັນ. ການສຳຜັດມົນລະພິດທາງອາກາດ ສາມາດສະສົມໄປຕະຫຼອດຊີວິດ ແລະ ສາມາດເພີ່ມຄວາມສ່ຽງໃຫ້ແກ່ຮ່າງກາຍ ເຮົາຫຼາຍຂຶ້ນເລື້ອຍໆ.
ມົນລະພິດທາງອາກາດ ສາມາດສົ່ງຜົນກະທົບຕໍ່ບາງກຸ່ມຄົນຫຼາຍກວ່າກຸ່ມອື່ນ. ກຸ່ມທີ່ມີຄວາມສ່ຽງສູງໄດ້ແກ່: ເດັກ, ຜູ້ສູງອາຍຸ, ແມ່ຍິງຖືພາ (ແລະ ເດັກໃນທ້ອງ), ຜູ້ທີ່ເປັນພະຍາດຫືດ ຫຼື ຜູ້ທີ່ເປັນພະຍາດອື່ນໆ ເຊັ່ນ ພະຍາດປອດບວມຊຳເຮື້ອ (COPD), ຜູ້ທີ່ມີພູມແພ້ທາງລະບົບຫາຍໃຈ, ຜູ້ທີ່ມີຄວາມດັນເລືອດສູງ,, ຜູ້ທີ່ມີພະຍາດເບົາຫວານ ຫຼື ພະຍາດຕຸ້ຍ ເປັນຕົ້ນ. ຜູ້ທີ່ອາໄສ ຫຼື ເຮັດວຽກຢູ່ໃນເຂດທີ່ມີມົນລະພິດສູງຢ່າງຕໍ່ເນື່ອງ ຫຼື ເປັນປົກກະຕິ ອາດຈະໄດ້ຮັບຜົນກະທົບທີ່ຮຸນແຮງຫຼາຍກວ່າຄົນກຸ່ມອື່ນ.