ຜົນປະເມີນເບື້ອງຕົ້ນ ໄຟໄໝ້ເຂດຜາຊົມນາງ ແລະຜາແດງ ເສຍຫາຍເກືອບ 80 ລ້ານກີບ

51

ຈາກເຫດໄຟລາມປ່າ ວັນທີ່ 24 ມີນາ 2024 ເກີດເຫດໄຟລາມປ່າຢູ່ ບໍລິເວນ ຜາຊົມນາງ ແລະຜາແດງ ແຫຼ່ງທ່ອງທ່ຽວທາງທຳມະຊາດຂອງເມືອງງອຍ ແຂວງຫຼວງພະບາງ ເຊິ່ງໄຟໄດ້ເລີ່ມໄໝ້ຕັ້ງແຕ່ຕອນບ່າຍ ແລະແກ່ຍາວຈົນຮອດຕອນຄືນຂອງມື້ດຽວກັນ.ຕໍ່ກັບເຫດການດັ່ງກ່າວ ກໍ່ໄດ້ເຮັດໃຫ້ປະຊາຊົນຜູ້ທີ່ຢູ່ໃກ້ບໍລິເວນເກີດເຫດຮູ້ສຶກວິຕົກກັງວົນ ຢ້ານໄຟແຜ່ລາມເປັນວົງກວ້າງກະທົບຕໍ່ບ້ານເຮືອນປະຊາຊົນ. ພາຍຫຼັງໄຟມອດລົງ ຕອນເຊົ້າຂອງວັນທີ່ 25 ມີນາ 2024 ປະຊາຊົນ,ຜູ້ປະກອບ ແລະເຈົ້າໜ້າທີ່ ກໍ່ໄດ້ຂື້ນໄປສຳຫຼວດເບິ່ງຄວາມເສຍຫາຍໃນບໍລິເວນຈຸດເກີດເຫດ ຜົນປະກົດວ່າເສຍຫາຍສະເພາະພື້ນທີ່ປ່າບາງສ່ວນ ແລະຍັງຄົງລໍຖ້າການກວດສອບລາຍລະອຽດອີກຕື່ມເທື່ອໜຶ່ງ ໂຊກດີທີ່ບໍ່ໄດ້ໄໝ້ລາມເຂົ້າຈຸດບໍລິເວນຊົມວິວ ຂອງຜາຊົມນາງ ແລະຜາແດງ.ພື້ນທີ່ປ່າດັງກ່າວນີ້ກໍ່ມັກເກີດໄຟລາມປ່າທຸກປີ ສ່ວນໜຶ່ງອາດຈະມາຈາກຈຸດບໍບິເວນພື້ນທີ່ປ່ານີ້ມີໃບໄມ້ແຫ້ງຫຼາຍ ປະກອບດ້ວຍອາກາດຮ້ອນຈຶ່ງເປັນເຊື້ອໄຟໄດ້ດີ ສ່ວນສາເຫດແປວໄຟເກີດຂື້ນໄດ້ແນວໃດນັ້ນ ແມ່ນຍັງບໍ່ສາມາດສະຫຼຸບໄດ້ວ່າເປັນຍ້ອນຫຍັງກັນແທ້ ແມ່ນໃຜເປັນຄົນຈູດປ່າ.

ຫຼ້າສຸດ ຜູ້ປະກອບການເຈົ້າຂອງແຫຼ່ງທ່ອງທ່ຽວຈຸດຊົມວິວຜາແດງ ໄດ້ລາຍງານຜ່ານເຟດບຸກສ່ວນຕົວເຖິງຜົນເສຍຫາຍໃນເຫດການດັ່ງກ່າວວ່າ: ຄວາມເສຍຫາຍໃນເບື້ອງຕົ້ນຂອງຜາແດງ ລວມມີ: ທໍ່ນໍ້າ ມູນຄ່າປະມານ 15 ລ້ານກີບ, ເຕັ້ນ ແລະ ຖົງນອນ ມູນຄ່າປະມານ 10 ລ້ານກີບ, ຖັງເກັບກັກນໍ້າພາສຕິກ ມູນຄ່າປະມານ 8 ລ້ານກີບ, ຫ້ອງນໍ້າ ມູນຄ່າປະມານ 50 ລ້ານກີບ.
ທີ່ມາ: ໂທລະພາບແຂວງຫລວງພະບາງ