ບານເຕະ ກາງນາ ຄັບ 2024 ປະສົບຜົນສໍາເລັດຈົບງາມ, ໄອສະປອດ ຄອງແຊັມສະໄໝ

91

ການແຂ່ງຂັນບານເຕະແບບບ້ານໆລາຍການ ກາງນາ ຄັບ 2024 ຄັ້ງທີ 2 ປະສົບຜົນສໍາເລັດຈົບງາມ ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ແຂວງຫຼວງນໍ້າທາ ເຊິ່ງເປັນ ໄອສະປອດ ເອັຟຊີ ສາມາດຄວ້າແຊັມຄັ້ງທໍາອິດໄປຄອງ ພ້ອມເງິນລາງວັນເຖິງ 10 ລ້ານກີບ.

ທ່ານ ຈັນທະວີສຸກ ພູມສະຫວັນ ເຈົ້າຂອງຮ້ານ Mountain view cafe & restaurant ທັງເປັນປະທານຈັດການແຂ່ງຂັນບານເຕະລາຍການ ກາງນາ ຄັບ 2024 ໃຫ້ສໍາພາດວ່າ: ຈຸດປະສົງໃນການຈັດການແຂ່ງຂັນບານເຕະຕາມທົ່ງນາ ແມ່ນຢາກຫວນຄືນອະດີດ ເພາະຕອນຍັງນ້ອຍໆແມ່ນເຄີຍຫຼິ້ນບານເຕະຕາມທົ່ງນາ ເນື່ອງຈາກຍັງບໍ່ມີສະໜາມເທື່ອ ແລະ ຮູ້ສຶກວ່າມ່ວນຊື່ນຫຼາຍ ຈິ່ງຢາກລະນຶກເຖິງຕອນນັ້ນ ແລະ ຢາກນໍາເອົາການປະຕິບັດ ຫຼື ວັດທະນະທໍາເກົ່າໆສະໄໝຍັງນ້ອຍໆກັບຄືນມາໃຫ້ເດັກນ້ອຍຮຸ່ນໃໝ່ໄດ້ຮູ້, ໄດ້ເຫັນ ແລະ ໄດ້ສໍາຜັດກັບບັນຍາກາດແບບນັ້ນ ລວມທັງຍັງໃຫ້ໄວໜຸ່ມຫັນມາຫຼິ້ນກີລາ ເພື່ອຮັກສາບັນຍາກາດການທົ່ງນາໃຫ້ຄົງຢູ່ຕະຫຼອດໄປ.

“ ລາຍການນີ້ຈັດມາເປັນປີທີ 2 ແລ້ວ ເຊິ່ງປີທໍາອິດແມ່ນຮັບແຕ່ທີມພາຍໃນແຂວງຫຼວງນໍ້າທາ, ແຕ່ພິເສດປີນີ້ ແມ່ນຮັບທີມຈາກຕ່າງແຂວງເຂົ້າມາຮ່ວມແຂ່ງຂັນ ແລະ ປີນີ້ຈັດ 2 ມື້ລະຫວ່າງວັນທີ 23-24 ມີນາ 2024 ໂດຍມີ 16 ທີມເຂົ້າຮ່ວມຊີງໄຊ. ແນ່ນອນ ໃນອະນາຄົດພວກເຮົາຈະຈັດກິດຈະກໍາອື່ນໆເພີ່ມ ເພື່ອເປັນການຫວນຄືນ ແລະ ຮັກສາສິ່ງທີ່ພວກເຮົາເຄີຍປະຕິບັດກັນມາແຕ່ດົນນານໃຫ້ຄົງຢູ່ຕໍ່ໄປ ” ທ່ານ ຈັນທະວີສຸກ ພູມສະຫວັນ ເຈົ້າຂອງຮ້ານ Mountain view cafe & restaurant ກ່າວ.

ສໍາລັບ ລາຍການດັ່ງກ່າວຈັດຂຶ້ນຢູ່ທີ່ທົ່ງນາບໍລິເວນ ຮ້ານ Mountain view cafe & restaurant ທີ່ບ້ານທົ່ງດີ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ແຂ່ງຂັນແບບຟຸດຊໍ ( ເຕະ 4 ຮັບ 1 ) ຜ່ານການແຂ່ງຂັນປາກົດວ່າ: ໄອສະປອດ ເອັຟຊີ ສາມາດເອົາຊະນະ ທີມຊ້າງເຜືອກ 4-1 ຄວ້າແຊັມໄປຄອງ, ສ່ວນ ຄູ່ຊີງອັນດັບ 5 ເປັນຂອງ ທີມເບຍລາວ ທີ່ເອົາຊະນະ Loc Lin Kin 3-1 ຄວ້າອັນດັບ 3 ໄປຄອງ.

ບົດສະຫຼຸບ 3 ອັນດັບທາອິດໃນປີນີ້:
-ໄອສະປອດ ເອັຟຊີ ຄວ້າແຊັມໄດ້ຮັບເງິນລາງວັນ 10.000.000 ກີບ+ຂັນ 1 ໜ່ວຍ ແລະ ຫຼຽນລາງວັນ
-ຊ້າງເຜືອກ ຄວ້າອັນດັບທີ 2 ໄດ້ຮັບເງິນລາງວັນ 3.000.000 ກີບ ແລະ ຫຼຽນລາງວັນ
-ທີມເບຍລາວ ຄວ້າອັນດັບ 3 ໄດ້ຮັບເງິນລາງວັນ 2.000.000 ກີບ ແລະ ຫຼຽນລາງວັນ
ຂ່າວ: Larh Creators; ຮູບຈາກ: ນ້ຳທາ ກາງນາ Cup