ຊອກຮູ້: ວັນສາກົນລົບລ້າງການຈຳແນກເຊື້ອຊາດ

0
201

ໂລກພັດທະນາໄປທໍ່ໃດ ກໍຍິ່ງມີບັນຫາການຈຳແນກເຊື້ອຊາດສູງຂຶ້ນ… ສປຊ ໃນຖານະອົງກອນສູງສຸດຂອງໂລກ ໄດ້ຕັ້ງບັນຫາລົບລ້າງເລື່ອງນີ້ມາຫຼາຍປີແລ້ວ ແຕ່ເບິ່ງຄືວ່າ: ບໍ່ທັນໄດ້ຮັບໝາກຜົນເທົ່າທີ່ຄວນ.

ຜູ້ຂຽນຂໍນຳເອົາບົດວິເຄາະພາຍໃຕ້ຫົວຂໍ້: “ ສາກົນ ແລະ ບັນດາສິ່ງທ້າທາຍໃນການລົບລ້າງການຈຳແນກປະພຶດເຊື້ອຊາດເຜົ່າພັນ.. ” ທີ່ລົງພິມໃນ VOV WORLD ອອນລາຍສະບັບລົງວັນທີ 22 ມີນາ ມາສະເໜີດັ່ງນີ້:

ສະຫະປະຊາຊາດ ໄດ້ເລືອກເອົາວັນທີ 21 ມີນາ ຂອງແຕ່ລະປີ ເປັນວັນສາກົນລົບລ້າງການຈໍາແນກ ປະພຶດເຊື້ອຊາດເຜົ່າພັນ, ໃນສະພາບການປະທະກັນທີ່ເພີ່ມຂຶ້ນ, ຄວາມຂາດສະຖຽນລະພາບດ້ານເສດຖະກິດ, ວິກິດການດ້ານດິນຟ້າອາກາດ ແລະ ການພັດທະນາຢ່າງແຮງຂອງເຕັກໂນໂລຊີ, ບັ້ນຮົບຕ້ານການຈໍາແນກການປະພຶດເຊື້ອຊາດເຜົ່າພັນໃນໂລກ ກໍຍິ່ງປະສົບກັບສິ່ງທ້າທາຍ ໃຫຍ່ຫຼວງ.

ປີ 1979, ສະມັດຊາໃຫຍ່ ສປຊ ໄດ້ເລືອກເອົາວັນທີ 21 ມີນາ ຂອງແຕ່ລະປີເປັນວັນສາກົນລົບລ້າງສະພາບຈໍາແນກປະພຶດເຊື້ອຊາດເຜົ່າພັນຢ່າງເປັນທາງການ ເພື່ອແນໃສ່ໄວ້ອາໄລເຫດການຜູ້ແຫ່ຂະບວນປະທ້ວງຂອງຄົນຜິວສີ ຊາວອາຟຣິກາໃຕ້ 69 ຄົນທີ່ຖືກເຂັ່ນຂ້າໃນການແຫ່ຂະບວນປະທ້ວງເພື່ອສັນຕິພາບ ຕ້ານລະບອບ Apartheid ຢູ່ປະເທດນີ້ ໃນວັນທີ 21 ມີນາ 1960.

■ ຄວາມຍຸຕິທໍາສໍາລັບ ອາຟຣິກາ

ພາຍຫຼັງ 45 ປີທີ່ປະຊາຄົມສາກົນກໍານົດແມ່ນໜຶ່ງໃນບັນດາບຸລິມະສິດການກະທໍາແຖວໜ້າ, ບັ້ນເຄື່ອນໄຫວຕ້ານການຈໍາແນກປະພຶດເຊື້ອຊາດເຜົ່າພັນໃນທົ່ວໂລກໄດ້ມີບັນດາບາດກ້າວໃຫຍ່, ກົດໝາຍຫຼາຍສະບັບ ທີ່ມີລັກສະນະ ຈໍາແນກປະພຶດເຊື້ອຊາດເຜົ່າພັນກໍຖືກລົບລ້າງຢູ່ເກືອບທຸກໆປະເທດ, ພ້ອມດຽວກັນນັ້ນ, ປະຊາຄົມສາກົນກໍໄດ້ສ້າງບັນດາຂອບນິຕິກໍາສໍາຄັນ ຄື: ສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກໆຮູບການຂອງການຈໍາແນກປະພຶດເຊື້ອຊາດເຜົ່າພັນ ແລະ ພິເສດແມ່ນຖະແຫຼງການ Durban 2001 ວ່າດ້ວຍໂຄງການກະທໍາ “ ການແກ້ໄຂ, ຄວາມຍຸຕິທໍາ ເຊື້ອຊາດຜິວພັນ ແລະ ຄວາມສະເໝີພາບໃຫ້ສໍາລັບຮຸ່ນລູກຫຼານຂອງຊາວ ອາຟຣິກາ ”. ເດືອນທັນວາ 2013, ສະມັດຊາໃຫຍ່ ສປຊ ກໍໄດ້ເລີ່ມປະຕິບັດ ” ທົດສະວັດສາກົນເພື່ອຮຸ່ນລູກຫຼານຂອງຊາວ ອາຟຣິກາ ”, ເລີ່ມແຕ່ວັນທີ 1 ມັງກອນ 2015 ແລະ ສິ້ນສຸດລົງໃນວັນທີ 31 ທັນວາ 2024. ໃນສະພາບການນັ້ນ, ເພື່ອແນໃສ່ຫວນຄືນຜົນງານການເຄື່ອນໄຫວໃນໜຶ່ງທົດສະວັດຜ່ານມາ, ວັນສາກົນລົບລ້າງການຈໍາແນກປະພຶດເຊື້ອຊາດເຜົ່າພັນປີນີ້ດ້ວຍຫົວຂໍ້ “ໜຶ່ງ ທົດສະວັດຂອງການຮັບຮູ້, ຄວາມຍຸຕິທໍາ ແລະ ການພັດທະນາ: ການປະຕິບັດທົດສະວັດສາກົນ ເພື່ອຮຸ່ນລູກຫຼານຂອງຊາວ ອາຟຣິກາ ”.

ຕາມບັນດາຕົວເລກຂອງ ສປຊ ແລ້ວ. ປັດຈຸບັນ, ໃນໂລກມີປະຊາກອນປະມານ 200 ລ້ານຄົນ ເຊິ່ງເປັນຮຸ່ນລູກຫຼານຂອງຊາວອາຟຣິກາ ທີ່ພວມດໍາລົງຊີວິດຢູ່ ອາເມຣິກາ ແລະ ປະມານຮ້ອຍໆລ້ານຄົນອື່ນທີ່ພວມດໍາລົງຊີວິດຢູ່ຫຼາຍປະເທດທີ່ບໍ່ແມ່ນຢູ່ ອາຟຣິກາ ຄື: ອັງກິດ, ຝຣັ່ງ, ບຣາຊິນ, ບັນດາປະເທດເກາະ Caribe… ນີ້ແມ່ນບັນດາເປົ້າໝາຍ ຫຼັກຂອງໄພຈໍາແນກປະພຶດເຊື້ອຊາດເຜົ່າພັນໃນໂລກ, ພ້ອມທັງກໍແມ່ນບັນດາຜູ້ແບກຫາບບັນດາຜົນຮ້າຍຢ້ອນຫຼັງອັນທີ່ໜັກໜ່ວງຂອງອະດີດທີ່ເປັນຂ້າທາດ ແລະ ລ່າເມືອງຂຶ້ນ. ໃນບົດລາຍງານກ່ຽວກັບສິດທິມະນຸດເດືອນສິງຫາ 2023, ສະພາສິດທິມະນຸດ ສປຊ ( OHCHR ) ໃຫ້ຮູ້ວ່າ: ສະພາບການຈໍາແນກປະພຶດເຊື້ອຊາດເຜົ່າພັນສໍາລັບຊາວ ອາຟຣິກາ ຍັງມີທ່າອ່ຽງເພີ່ມຂຶ້ນໃນທົ່ວໂລກ. ທ່ານ ນາງ Ravina Sham dasami ໂຄສົກຂອງ OHCHR ໃຫ້ຮູ້ວ່າ:

– ບົດລາຍງານຂອງພວກຂ້າພະເຈົ້າໄດ້ສະແດງໃຫ້ເຫັນການຈໍາແນກປະພຶດເຊື້ອຊາດເຜົ່າພັນທີ່ມີລັກສະນະເປັນລະບົບ ຍັງສືບຕໍ່ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງທຸກແງ່ມູມໃນຊີວິດສັງຄົມຂອງບັນດາຜູ້ເປັນຮຸ່ນລູກຫຼານຂອງຊາວອາຟຣິກາ, ເລື່ອງຊາວເຊື້ອຊາດອາຟຣິກາ ເສຍຊີວິດໃນ ແລະ ຫຼັງບັນດາການພົບປະກັບພະນັກງານປະຕິບັດກົດໝາຍຍັງສືບຕໍ່ເກີດຂຶ້ນ ແລະ ໃນການລົງໂທດຕໍ່ການກະທໍານີ້ກໍບໍ່ມີຄວາມກ້າວໜ້າປານໃດ ໂດຍບໍ່ຫົວຊາຕໍ່ບັນດາ ຄວາມມານະພະຍາຍາມຮຽກຮ້ອງຕ້ອງມີຄວາມຮັບຜິດຊອບຈາກບັນດາຄອບຄົວ ”…

ຕາມ ທ່ານ ນາງ Epsy Campbell Barr ປະທານຜູ້ປະຈໍາການເວທີປາໄສກ່ຽວກັບຮຸ່ນລູກຫຼານຂອງຊາວອາຟຣິກາ ແລ້ວ, ໜຶ່ງໃນບັນດາບຸລິມະສິດທີ່ຕ້ອງໄດ້ຮັບການປະຕິບັດແມ່ນແກ້ໄຂບັນຫາຂອງຍຸກຄ້າຂາຍຂ້າທາດ ແລະ ລະບອບລ່າເມືອງຂຶ້ນໃນທັນທີ. ຂໍ້ມູນຕົວເລກຂອງ ສປຊ ໄດ້ສະແດງໃຫ້ເຫັນວ່າ ຊາວອາຟຣິກາ ປະມານ 25 – 30 ລ້ານຄົນ ຖືກຂາຍໄປເປັນຂ້າທາດ ແລະ ຖືກຍົກຍ້າຍແບບບັງຄັບອອກຈາກອາຟຣິກາ ໃນໄລຍະແຕ່ກາງສະຕະວັດທີ 16 ຮອດກາງສະຕະວັດທີ 19, ບັນດາຜູ້ຄົນນີ້ໄດ້ຖືກການປະພຶດຕໍ່ທີ່ຊົ່ວຮ້າຍ, ຖືກຢຶດເອົາທຸກໆສິດກ່ຽວກັບການເມືອງ – ເສດຖະ ກິດ – ສັງຄົມ ແລະ ລູກຫຼານຂອງເຂົາເຈົ້າ ຕ້ອງຮັບການຈໍາແນກການປະພຶດທີ່ເປັນລະບົບໃນຫຼາຍຮຸ່ນຄົນ. ສປຊ ຖືນີ້ແມ່ນບັນດາໂທດກໍາຕ້ານຄືນມວນມະນຸດ ແລະ ຖືວ່າ ຄວາມຍຸຕິທໍາໃນການແກ້ໄຂຕ້ອງໄດ້ຮັບການປະຕິບັດ. ດັ່ງນັ້ນ, ໃນ 2 – 3 ປີຜ່ານມາ, 15 ປະເທດຂຶ້ນກັບປະຊາຄົມບັນດາປະເທດເຂດ Caribe ( CARICOM ) ໄດ້ເລີ່ມດໍາເນີນການເຄື່ອນໄຫວດ້ານນິຕິກໍາ ເພື່ອບັງຄັບໃຫ້ 10 ປະເທດ ເອີຣົບ ຕ້ອງຊົດເຊີຍທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຮຸ່ນລູກຫຼານຂອງຊາວ ອາຟຣິກາ.

■ ຕ້ານການຈໍາແນກປະພຶດເຊື້ອຊາດເຜົ່າພັນໃນຍຸກສະໄໝເຕັກໂນໂລຊີ

ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມຍາດເອົາຄວາມຍຸຕິທໍາຄືນ, ຮັບປະກັນການປະພຶດທີ່ຍຸຕິທໍາໃຫ້ແກ່ປະຊາຄົມເຊື້ອຊາດ ອາຟຣິກາ ນັ້ນ, ໄລຍະຜ່ານມາ, ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງອົງການນີ້ກໍໄດ້ມີສຽງເວົ້າຫຼາຍກວ່າ ກ່ຽວກັບການປາກົດຂຶ້ນຂອງການຈໍາແນກປະພຶດແບບໃໝ່ທີ່ຫຼາກຫຼາຍຮູບແບບ, ໃນສະພາບຂະບວນການຫົວຮຸນແຮງ ພວມນັບມື້ແຜ່ລາມຢູ່ຫຼາຍສັງຄົມ, ພ້ອມທັງບັນດາພື້ນຖານເຕັກໂນໂລຊີ ໄດ້ເຮັດໃຫ້ເລື່ອງແຜ່ກະຈາຍບັນດາແນວຄວາມຄິດຈໍາແນກປະພຶດເຊື້ອຊາດເຜົ່າພັນກາຍເປັນສິ່ງຍາກທີ່ຈະຄວບຄຸມໄດ້. ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລ້ວ, ທ່າອ່ຽງອັນຕະລາຍປາກົດຂຶ້ນໃນຊຸມປີມໍ່ໆມານີ້ແມ່ນ ເລື່ອງນັກການເມືອງຝ່າຍ ຂວາຈັດຫຼາຍທ່ານຢູ່ຫຼາຍປະເທດ ໄດ້ນໍາໃຊ້ບັນດາຖ້ອຍທໍານອງກ່ຽວກັບຄວາມບໍ່ເຊື່ອໃຈ, ການຈໍາແນກປະພຶດເຊື້ອຊາດເຜົ່າພັນເພື່ອຈຸດປະສົງການເມືອງ:

.. “ຄວາມບໍ່ເຊື່ອໃຈຕໍ່ກຸ່ມຄົນຜິວສີ, ຄວາມຄິດທີ່ເປັນອະຄະຕິ ແລະ ບັນດາຄໍາເວົ້າທີ່ເປັນປໍລະປັກພວມເພີ່ມຂຶ້ນ. ບັນດານັກການເມືອງຫັນຊາວອົບພະຍົບກາຍເປັນຜູ້ຮັບໂທດແທນ, ດ້ວຍບັນດາຜົນຕາມມາທີ່ຮ້າຍແຮງ, ໃນຂະນະທີ່ບັນດາຜູ້ທີ່ມີຜົນສະທ້ອນຕາມແນວຄິດຄົນຜິວຂາວແມ່ນຢູ່ລະດັບສູງສຸດໃນການສວຍໃຊ້ການຈໍາແນກປະພຶດເຊື້ອ ຊາດເຜົ່າພັນໃນສື່ສັງຄົມອອນລາຍ ”..

ທ່ານເລຂາທິການໃຫຍ່ ສປຊ ກ່າວເຕືອນພາຍຫຼັງໄລຍະເວລາໜຶ່ງທີ່ມີການເພີ່ມຂຶ້ນຫຼາຍພໍສົມຄວນກ່ຽວກັບສະຕິ ຄວາມຮັບຮູ້ໃນການຕ້ານຈໍາແນກປະພຶດເຊື້ອຊາດເຜົ່າພັນ. ປັດຈຸບັນ, ຫຼາຍປະເທດພວມເຫັນປະຈັກຕາທ່າອ່ຽງຕ່າວປີ້ນ, ໃນຂະນະທີ່ບັນດານະໂຍບາຍ ແລະ ວິທີການປະພຶດທີ່ມີປັດໄຈຈໍາແນກປະພຶດເຊື້ອຊາດເຜົ່າພັນໄດ້ກັບຄືນມາອີກ, ກໍຕາມ ຜູ້ນໍາ ສປຊ ແລ້ວ, ບັນດາຄວາມສ່ຽງກ່ຽວກັບຂໍ້ມູນທີ່ຜິດເຂວ, ຂ່າວປອມ ເຊິ່ງກ່ຽວຂ້ອງເຖິງຫົວຂໍ້ການຈໍາແນກປະພຶດເຊື້ອຊາດເຜົ່າພັນ ນັບມື້ຫຼາຍກວ່າໃນຂະນະທີ່ເຕັກໂນໂລຊີປັນຍາປະດິດ ( AI ) ໄດ້ນໍາໃຊ້ຢ່າງກວ້າງຂວາງນັ້ນ, ເຮັດໃຫ້ສະພາບຈໍາແນກປະພຶດເຊື້ອຊາດເຜົ່າພັນແຜ່ຂະຫຍາຍຢ່າງກວ້າງ ຂວາງໃນສື່ສັງຄົມອອນລາຍ. ຍ້ອນເຫດນັ້ນ, ທີ່ສານໃນວັນສາກົນລົບລ້າງການຈໍາແນກປະພຶດເຊື້ອຊາດເຜົ່າພັນປີນີ້ ເປັນຄັ້ງທໍາອິດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງບັນດາກຸ່ມບໍລິສັດເຕັກໂນໂລຊີ ຮ່ວມແຮງຮ່ວມໃຈມີການກະທໍາເພື່ອຄວບຄຸມ AI, ຜ່ານນັ້ນ ກໍລົບລ້າງທຸກໆຂໍ້ມູນຂ່າວດ້ວຍຄວາມຄິດທີ່ເປັນອະຄະຕິ ພາໄປເຖິງການຈໍາແນກປະພຶດເຊື້ອຊາດເຜົ່າພັນໃນໂລກ…

ສະເໜີເພື່ອໃຫ້ຜູ້ອ່ານກຳໄດ້ນໍ!

LEAVE A REPLY

Please enter your comment!
Please enter your name here