ສືບຕໍ່ຂຸດຄົ້ນພົບພະພຸດທະຮູບຫຼາຍອົງ ຫຼາຍຂະໜາດ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ

26

ການຂຸດຄົ້ນພະພຸດທະຮູບ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງສືບຕໍ່ດຳເນີນມາຢ່າງຕໍ່ເນື່ອງ ໂດຍການຊີ້ນຳຢ່າງໃກ້ຊິດຂອງກົມມໍລະດົກ ແລະ ພະແນກ ຖວທ ແຂວງບໍ່ແກ້ວ ຫຼ້າສຸດການຂຸດຄົ້ນວັນທີ 25 ມີນາ ພົບພະພຸດທະຮູບປາງໄສຍາດ ທີ່ເຮັດດ້ວຍທອງສຳລິດ.


ຕາມຂໍ້ມູນຈາກສະຖານີໂທລະພາບແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ການຂຸດຄົ້ນວັນທີ 24 ມີນາ ໄດ້ຄົ້ນພົບພະພຸດທະຮູບ 23 ອົງ ພະໃບໂພ 27 ອົງ, ພະຫໍສະຫວັນ 10 ອົງ, ພະປາງລີລາ 9 ອົງ, ພະສິມ 2 ອົງ, ສຽນພະ 5 ສຽນ, ຈອມເກດ 4 ຈອມ ແລະ ແຜນທອງສໍາລິດຮູບ 2 ແຜນ. ຈາກນັ້ນໄດ້ອັນເຊີນພະພຸດທະຮູບ ແລະ ພະທາດແຫ່ຂະບວນຈາກດອນເຜິ້ງຄໍາ ໄປເກັບຮັກສາໄວ້ຢູ່ວັດທອງທິບ ເຊິ່ງມີຄະນະ ອພສ ແຂວງ – ເມືອງ, ການນໍາຂອງແຂວງ ການນໍາຂອງເມືອງ ແລະ ສັດທາຊາວພຸດລາວ ເຖົ້າແກ່ນ້ອຍໜຸ່ມ ຍິງ – ຊາຍ ເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.


ວັນທີ 23 ມີນາ 2024 ຂຸດຄົ້ນພົບພະພຸດທະຮູບ 2 ອົງ, ພະພິມລີລາ, ພະໃບໂພ, ພະຫໍສະຫວັນ, ພະທາດຊົງຫຼ່ຽມ ມີລັກສະນະພິເສດ ມີພະພິມຮູບແບບຕ່າງໆຕິດລຽນກັນເປັນແຖວຢູ່ຫຼ່ຽມພະທາດຂະໜາດນ້ອຍນໍາອີກ.
ວັນທີ 22 ມີນາ 2024 ຂຸດຄົ້ນພົບພະພຸດທະຮູບ 3 ອົງ, ພະພິມ 31 ອົງ, ພະພິມໃບໂພ 11 ອົງ, ພະພິມປາງຫໍສະຫວັນ 8 ອົງ, ພະພິມປາງດຸ້ງມານ 1 ອົງ, ພະພິມປາງລີລາ 11 ອົງ, ສຽນພະພຸດທະຮູບ 1 ສຽນ, ພ້າ 1 ດວງ, ຊິ້ນສ່ວນທອງ, ເສົາ, ແທ່ນພະ ແລະ ອື່ນໆຈໍານວນໜຶ່ງ.

ວັນທີ 21 ມີນາ 2024 ຂຸດຄົ້ນພົບເຫັນພະພຸດທະຮູບ 19 ອົງ, ພະປາງລີລາ 18 ອົງ, ພະໃບໂພ 12 ອົງ, ພະຫໍສະຫວັນ 6 ອົງ, ສຽນ 5 ສຽນ,ຈອມເກດ 1 ຈອມ, ພະສິມມາ 1 ອົງ, ພະສຸມກໍ 1 ອົງ, ຊິ້ນສ່ວນໂລຫະອີກຈໍານວນໜຶ່ງ, ພົບຊິ້ນສ່ວນເສົາ ແລະ ທາດທີ່ຍັງຄົງມີລວດລາຍນໍາອີກ.
ວັນທີ 20 ມີນາ 2024 ພົບພະພຸດທະຮູບ 10 ອົງ, ພະປາງລີລາ 21 ອົງ,ພະໃບໂພ 14 ອົງ,ພະຫໍສະຫວັນ14 ອົງ, ສຽນພະ 2, ຈອມເກດນ້ອຍ 2. ຄວ້ານບູຮານ 1, ຍອດແກ່ນເສດຖະສັດ 1.
ນັ້ນຄືບາງຈຳນວນທີ່ມີການຂຸດຄົ້ນພົບແຕ່ວັນທີ 20 – 25 ມີນາ 2024; ສ່ວນຂໍ້ມູນການຂຸດຄົ້ນພົບລະອຽດ ໃນວັນທີ 25 ມີນາ ຈະລາຍງານຕື່ມໃນມື້ຕໍ່ໄປ.