ຜູ້ນຳຣັດເຊຍ ປະກາດວັນທີ 24 ມີນາ ເປັນວັນໄວ້ທຸກທົ່ວປະເທດ

48

ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ລາຍງານວ່າ: ທ່ານ ວາລະດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ປະກາດວ່າ: ວັນທີ 24 ມີນາ ເປັນວັນໄວ້ທຸກທົ່ວປະເທດ ເພື່ອໄວ້ອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍທີ່ນອງເລືອດ ພາຍຫຼັງເຫດບຸກໂຈມຕີຢູ່ໂຮງລະຄອນ Crocus City Hall ທີ່ນະຄອນຫຼວງມົດສະກູ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເຖິງ 133 ຄົນ.

ທ່ານ ນາງ ມາລາຍ ຊາກາໂຣວາ ໂຄສົກຂອງກະຊວງການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ: ບັນດາອົງການພິເສດ ແລະ ປະຕິບັດກົດໝາຍຂອງຣັດເຊຍ ພວມສືບສວນເຫດບຸກໂຈມຕີ ແລະ ບັນດາກໍ່ໃຫ້ເກີດໂທດກຳນີ້ ຈະຕ້ອງຖືກປັບໃໝລົງໂທດຕາມກົດໝາຍ.

ຣັດເຊຍ ສະໜັບສະໜູນທຸກ ຄວາມມານະພະຍາຍາມ ເພື່ອຕ້ານຄືນລັດທິກໍ່ການຮ້າຍສາກົນ ແລະ ກ່າວປະນາມການກະທຳນີ້ ພາຍໃຕ້ທຸກຮູບການ ແລະ ການສະແດງ ກໍຄືບໍ່ວ່າສະຖານທີ່ໃດໆທີ່ມີການກໍ່ການຮ້າຍ.

ຂະນະທີ່ທົ່ວໂລກ ກ່າວປະນາມເຫດບຸກໂຈມຕີແບບກໍ່ການຮ້າຍຢູ່ສະຫະພັນຣັດເຊຍ.