ອາຊຽນ ຫາລືສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ

26

ກອງປະຊຸມລະດັບພາກພື້ນອາຊຽນ ກ່ຽວກັບການສ້າງ ຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ ( TISC ) ມີຂຶ້ນໃນລະຫວ່າງວັນທີ 21 – 22 ມີນາ 2024 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ. ເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Andrew CZAJKOWSKI ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ ( WIPO ).


ເຂົ້າຮ່ວມມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ, ຕາງໜ້າຈາກບັນດາຫ້ອງການ, ກົມ, ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າໄດ້ເຂົ້າຮ່ວມສັງເກດການ.
ທ່ານ ໄຊສົມເພັດ ນໍລະສິງ ກ່າວສະແດງຄວາມຂອບໃຈມາຍັງ ທ່ານ Andrew CZAJKOWSKI ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ ( WIPO ) ແລະ ສໍານັກງານສິດທິບັດ ແຫ່ງປະເທດຍີ່ປຸ່ນ JPO ທີ່ໄດ້ໃຫ້ການສະໜັບສະໜູນໃນການຈັດກອງປະຊຸມໃນຄັ້ງນີ້. ພ້ອມທັງກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮູ້ເຖິງຄວາມສໍາຄັນ ແລະ ຄຸນຄ່າອັນໃຫຍ່ ຫຼວງຂອງການສ້າງ ແລະ ພັດທະນາເຄືອຂ່າຍສູນ TISC ທັງພາຍໃນ ແລະ ຕ່າງປະເທດ ກໍຄືລະດັບຊາດ ແລະ ພາກພື້ນອາຊຽນ.


ປັດຈຸບັນ ສປປ ລາວ ພວມສົມທົບກັບຂະແໜງການກ່ຽວຂ້ອງກະກຽມສ້າງສູນ TISC ແລະ ພວກເຮົາມີແຜນຈະສ້າງສູນ TISC ຢ່າງໜ້ອຍ 1 – 2 ສູນ ພາຍໃນປີ 2024 ເພື່ອສະໜອງຂໍ້ມູນສິດທິບັດ ແລະ ເຕັກໂນໂລຊີນະວັດຕະກໍາໃຫ້ແກ່ຜູ້ທີ່ສົນໃຈ, ນັກຄົ້ນຄວ້າ ແລະ ຜູ້ປະດິດສ້າງ.
ກອງປະຊຸມຄັ້ງນີ້, ເປັນໂອກາດອັນດີ ເພື່ອສ້າງຄວາມເຂັ້ມແຂງ ເພື່ອພັດທະນາເຄືອຂ່າຍສູນ TISC ໃນພາກພື້ນອາຊຽນ, ຊຸກຍູ້ການແລກປ່ຽນປະສົບການທີ່ດີ ໃນການຈັດຕັ້ງປະຕິບັດໜ້າທີ່ ແລະ ແລກປ່ຽນຄວາມຮູ້ໃນການພັດທະນາຊັບພະຍາກອນມະນຸດຂອງບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນ.