ປີ 2023 ແຂວງເຊກອງ ແກ້ໄຂຄອບຄົວທຸກຍາກໄດ້ 300 ຄອບຄົວ

29

ວຽກງານການແກ້ໄຂ ຄວາມທຸກຍາກ ເປັນວຽກບຸລິມະສິດທີ່ລັດຖະບານສຸມໃສ່ແກ້ໄຂ ແລະ ທຸກແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ. ສຳລັບແຂວງເຊກອງ ປີ 2023 ສາມາດແກ້ໄຂຄອບຄົວທຸກຍາກໄດ້ 300 ຄອບຄົວ ເຮັດໃຫ້ຮອດທ້າຍປີ 2023 ຍັງມີຄອບຄົວທຸກຍາກທັງໝົດ 10.882 ຄອບຄົວ ກວມ 37,45%.

ອີງໃສ່ບົດສະຫຼຸບແຜນພັດທະນາເສດຖະກິດ – ສັງຄົມປີ 2023 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາແຂວງເຊກອງ ໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດວຽກງານເຂດຊົນນະບົດ ແລະ ຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນໄດ້ສຸມໃສ່ວຽກງານແກ້ໄຂຄວາມທຸກຍາກ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກຂອງເມືອງກະລຶມ ໃຫ້ໄດ້ຮັບການຍົກຍ້າຍ, ຈັດສັນທີ່ຢູ່ອາໄສຢ່າງເໝາະສົມ; ພ້ອມກັນນັ້ນ ກໍສົ່ງເສີມໃຫ້ປະຊາຊົນໃນເຂດທຸກຍາກຄ່ອຍໆຫຼຸດຈາກການເຮັດໄຮ່ຄົງທີ່ ຫັນມາເຮັດນາໃນບ່ອນທີ່ມີເງື່ອນໄຂ ເຮັດໃຫ້ຊີວິດການເປັນຢູ່ຄ່ອຍໆໄດ້ຮັບການພັດທະນາໃຫ້ດີຂຶ້ນ.


ມາຮອດປີ 2023 ແຂວງເຊກອງ ຍັງມີຄອບຄົວທຸກຍາກທັງໝົດ 10.882 ຄອບຄົວ ກວມ 37,45% ເຊິ່ງໃນປີ 2023 ສາມາດແກ້ໄຂຄອບຄົວທຸກຍາກໄດ້ 300 ຄອບຄົວ ກວມເອົາ 1% ຂອງຄອບຄົວທັງໝົດ ( 29.051 ຄອບຄົວ ) ທຽບໃສ່ແຜນປີປະຕິບັດໄດ້ 67,41% ( ແຜນການ 445 ຄອບຄົວ ); ມີບ້ານທຸກຍາກທັງໝົດ 152 ບ້ານ ກວມເອົາ 74,87%, ແກ້ໄຂແລ້ວ 5 ບ້ານ ປະຕິບັດໄດ້ 71,42% ( ແຜນປີ 7 ບ້ານ ) ກວມເອົາ 3,28% ຂອງບ້ານທຸກຍາກທັງໝົດ; ສ້າງຄອບຄົວພັດທະນາໄດ້ທັງໝົດ 4.811 ຄອບຄົວ ກວມເອົາ 16,56% ຂອງຄອບຄົວທັງໝົດ, ທຽບໃສ່ແຜນປະຕິບັດໄດ້ 24,69%, ມີບ້ານພັດທະນາທັງໝົດ 7 ບ້ານ ກວມເອົາ 3,44%.

ພິເສດ ປັດຈຸບັນແຂວງເຊກອງ ແມ່ນໄດ້ວາງນະໂຍບາຍຫັນເອົາພະນັກງານຈາກບັນດາຂະແໜງການຕ່າງໆອ້ອມຂ້າງແຂວງ ລົງກໍ່ສ້າງຮາກຖານຊ່ວຍເມືອງໃນການຈັດຕັ້ງປະຕິບັດວຽກງານທີ່ເຫັນວ່າເມືອງຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ດີ ເຊິ່ງໄດ້ກໍານົດໃຫ້ພະນັກງານຕ້ອງໄດ້ລົງກໍ່ສ້າງຢູ່ຂັ້ນຮາກຖານພະແນກການລະ 1 – 2 ຄົນ ແລະ ລົງຊ່ວຍເມືອງຢ່າງໜ້ອຍ 1 – 2 ປີ.