ເປີດປີທ່ອງທ່ຽວເມືອງນາຊາຍທອງ ພ້ອມເປີດຫ້ອງວາງສະແດງບັນດາເຜົ່າຢູ່ສວນພຶກສາ

15

ເມືອງນາຊາຍທອງ ເປີດປີທ່ອງທ່ຽວ ພ້ອມກັບເປີດຫ້ອງວາງສະແດງບັນດາເຜົ່າຂຶ້ນທີ່ສວນພຶກສາ ໃນວັນສຸກ 22 ມີນາ 2024 ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງ, ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄຳພູວົງ ແລະ ປະທານສວນພຶກສາ.
ມີບັນດາແຂກຜູ້ຊົງຄຸນນະວຸດທັງພາຍໃນ ແລະ ຕ່າງປະເທດ, ນ້ອງໆນັກຮຽນ – ນັກສຶກສາ, ພໍ່ແມ່ປະຊາຊົນຜູ້ໃຫ້ ຄວາມສົນໃຈເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ສຸລິວັນ ພົມມະຫາໄຊ ກ່າວວ່າ: ອົງການປົກຄອງເມືອງນາຊາຍທອງ ໄດ້ສົມທົບກັບຄະນະຮັບຜິດຊອບ, ພະແນກການ, ພາກສ່ວນທີ່ກ່ຽວຂ້ອງ ແລະ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ເພື່ອພ້ອມກັນສ້າງຂະບວນການສົ່ງເສີມປີທ່ອງທ່ຽວລາວ 2024 ຂອງເມືອງນາຊາຍທອງຂຶ້ນ ແນໃສ່ໂຄສະນາເຜີຍແຜ່ເຖິງຄວາມສໍາຄັນຂອງການທ່ອງທ່ຽວຢູ່ເມືອງນາຊາຍທອງ ເພື່ອປະກອບສ່ວນເຂົ້າໃນຂະບວນການລວມຂອງປີທ່ອງທ່ຽວລາວ 2024 ສະແດງໃຫ້ເຫັນເຖິງໝາກຜົນຂອງການທ່ອງທ່ຽວທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ແລະ ວັດທະນະທໍາຕາມທິດສີຊຽວ ແລະ ຍືນຍົງ ໃຫ້ມີບັນຍາກາດຄຶກຄື້ນເບີກບານມ່ວນຊື່ນ.


ທ່ານກ່າວອີກວ່າ: ເມືອງນາຊາຍທອງ ເປັນເມືອງໜຶ່ງຂອງນະຄອນຫຼວງວຽງຈັນ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ, ມີເນື້ອທີ່ປ່າສະຫງວນພູພະນັງ, ສະຖານທີ່ທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ງົດງາມ ເຊັ່ນ: ນໍ້າຕົກຕາດຊອນ, ນໍ້າຕົກຕາດຫີນຄັນນາ, ວັດພະບາດໂພນຄ້ອງ, ປ່າສະຫງວນແຫ່ງຊາດພູພະນັງ, ສະຖານທີ່ທ່ອງທ່ຽວສວນພຶກສາ… ນອກນັ້ນ, ຍັງກະກຽມຄວາມພ້ອມເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວອີກຫຼາຍຈຸດ ເຊັ່ນ: ອ່າງນໍ້າຫຸມ, ນໍ້າຊ່ວງ, ໜອງຕະເລິ, ໜອງຜື ແລະ ບ່ອນອື່ນໆ.

ທ່ານ ພູວົງ ພະມີສິດ ໃຫ້ຮູ້ການກໍ່ສ້າງຫ້ອງວາງສະແດງບັນດາເຜົ່າທີ່ສວນພຶກສາ ວ່າ: ເລີ່ມລົງມືກໍ່ສ້າງອາຄານຫ້ອງວາງສະແດງ ແລະ ເຮືອນບັນດາເຜົ່າໃນເດືອນກັນຍາ 2022 ໃນຂອບເຂດເນື້ອທີ່ 6 ເຮັກຕາ ທີ່ນອນໃນສວນພຶກສາ; ລັກສະນະຂອງຫ້ອງວາງສະແດງເປັນແບບເຮືອນແນວຍາວ ມີ 4 ຫ້ອງຫຼັກ, ຈັດເປັນ 5 ສ່ວນ ວາງສະແດງຄື: ພາກສ່ວນຕ້ອນຮັບແຂກດ້ານໜ້າ, ຫ້ອງສາຍຮູບເງົາ, ຫ້ອງວາງສະແດງຮູບແຕ້ມຄວາມເປັນມາບັນດາຊົນເຜົ່າ ແລະ ພາກສ່ວນວາງສະແດງພິທີກໍາຕ່າງໆ.


ກ່ອນຈະມາເຖິງຈຸດນີ້ໄດ້ ຂ້າພະເຈົ້າຕ້ອງສະສົມ ຄວາມຮູ້, ສະສົມສິ່ງຂອງ, ສະສົມທຶນຮອນ ມາ 30 ກວ່າປີ ແລະ ລົງສູ່ພື້ນທີ່ຕົວຈິງເພື່ອເກັບກໍາຂໍ້ມູນ, ບັນທຶກພາບຕ່າງໆແຕ່ເໜືອຮອດໃຕ້ ມາໄດ້ 10 ກວ່າປີ… ຂໍຂອບໃຈທຸກໆທ່ານທີ່ອໍານວຍຄວາມສະດວກ ຊຸກຍູ້ສົ່ງເສີມໃຫ້ຫ້ອງວາງສະແດງແຫ່ງນີ້ໄດ້ເປີດຮັບໃຊ້ສັງຄົມ ເປັນໃບໜ້າໃໝ່ໃຫ້ແກ່ເມືອງນາຊາຍທອງ, ໃຫ້ແກ່ນະຄອນຫຼວງ; ເປັນສູນການຮຽນຮູ້ທາງວັດທະນະທໍາແຫ່ງໃໝ່ໃຫ້ແກ່ນັກຮຽນ – ນັກສຶກສາ ແລະ ຮຸ່ນສືບທອດຕໍ່ໆໄປ, ທ່ານ ພູວົງ ພະມີສິດ ກ່າວ.
ງານດັ່ງກ່າວໄດ້ມີກິດຈະກໍາຫຼາຍຢ່າງທີ່ຕິດພັນ ແລະ ດໍາເນີນເປັນເວລາ 3 ມື້ ຄື: ວັນທີ 22 – 23 – 24 ມີນາ 2024.