ຄວາມສໍາຄັນຂອງ ວັນນໍ້າໂລກ ປະຈຳປີ 2024 ພາຍໃຕ້ຫົວຂໍ້ “ນໍ້າເພື່ອສັນຕິພາບ”

50

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດງານສະເຫລີມສະຫລອງວັນນໍ້າໂລກ ວັນທີ 22 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ “ນໍ້າເພື່ອສັນຕິພາບ (Water for peace)” ໃນຕອນເຊົ້າວັນທີ 24 ມີນາ 2024 ຢູ່ບຶງທາດຫລວງ ໂດຍການເປັນປະທານ ແລະ ເປີດງານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີທ່ານຮອງລັດຖະມົນຕີຈາກກະຊວງອ້ອມຂ້າງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ມີຄໍາເຫັນວ່າ: ການສະເຫລີມສະຫລອງວັນນໍ້າໂລກ (ວັນທີ 22 ມີນາ) ປະຈຳປີ 2024 ພາຍໃຕ້ຫົວຂໍ້ດັ່ງກ່າວ ເປັນຂີດໝາຍ ແລະ ບາດກ້າວສຳຄັນອັນໜຶ່ງ ທີ່ສະແແດງໃຫ້ເຫັນ ຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ, ທັງເປັນການປຸກລະດົມຈິດສຳນຶກ ຂອງທຸກພາກສ່ວນ ໃຫ້ເຫັນບົດບາດຄວາມສຳຄັນຂອງນ້ຳ. ນໍ້າຖືເປັນຊັບພະຍາກອນ ທຳມະຊາດ ທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການດຳລົງຊີວິດຂອງມວນມະນຸດ ລວມທັງສັດສາວາສິ່ງ, ຊີວະນາໆພັນທັງປວງ ແລະ ລະບົບນິເວດ ທາງທຳມະຊາດ; ນ້ຳເປັນທັງ ແຫລ່ງອາຫານ, ພະລັງງານ ແລະ ເປັນປັດໃຈຕົ້ນຕໍຂອງສຸຂະພາບ. ນອກຈາກນັ້ນ, ນ້ຳກໍມີບົດບາດສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ທຸກໆປະເທດໃນໂລກ.

ສປປ ລາວ ມີຄວາມອຸດົມສົມບູນທາງດ້ານນ້ຳ ແລະ ຊັບພະຍາກອນທີ່ກ່ຽວຂ້ອງກັບນ້ຳ ທັງເທິງໜ້າດິນ ແລະ ໃຕ້ດິນ. ອ່າງແມ່ນໍ້າຂອງ, ອ່າງຮັບນໍ້າສາຂາຂອງແມ່ນໍ້າຂອງ ແລະ ອ່າງຮັບນໍ້າສາຂາແມ່ນໍ້າອື່ນ ໄຫລຜ່ານແຕ່ເໜືອຮອດໃຕ້ຫລາຍກວ່າ 40% ຂອງປະລິມານນໍ້າໃນແມ່ນໍ້າຂອງທັງໝົດແມ່ນມາຈາກ ສປປ ລາວ. ພ້ອມນີ້, ທີ່ດິນບໍລິເວນນໍ້າ ແລະ ດິນຖ່ານຕົມ ທີ່ມີຄວາມສໍາຄັນຕໍ່ແຫລ່ງນໍ້າໜ້າດິນ, ນໍ້າໃຕ້ດິນ ເພາະເປັນບ່ອນເກັບກັກນໍ້າຊ່ວຍປ້ອງກັນໄພກັນນໍ້າຖ້ວມ ແລະ ໄພແຫ້ງແລ້ງ, ເປັນພື້ນທີ່ ທີ່ມີຄວາມອຸດົມສົມບູນ ມີຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ແລະ ແຫລ່ງທີ່ຢູ່ອາໄສທີ່ສຳຄັນຂອງສັດເຄິ່ງບົກເຄິ່ງນ້ຳ, ສັດເລືອຄານ ລວມທັງບັນດາສັດທີ່ໃກ້ຈະສູນພັນ; ເປັນບ່ອນເກັບກັກຕະກອນ, ແຫລ່ງອາຫານ, ບ່ອນບໍາບັດນໍ້າເປື້ອນແບບທໍາມະຊາດ, ເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນາທໍາ, ເປັນບ່ອນກັກເກັບຄາບອນທີ່ຊ່ວຍຫລຸດຜ່ອນການປ່ຽນແປງດິນຟ້າອາກາດ; ນ້ຳໄດ້ກາຍມາເປັນແຫລ່ງອາຫານ, ເສັ້ນທາງຄົມມະນາຄົມ, ແຫລ່ງທ່ອງທ່ຽວ ແລະ ປັດໃຈຂອງການພັດທະນາເສດຖະກິດສັງຄົມຂອງຊາດ.
ຂ່າວ-ພາບ: ວຽງສະຫວັນ