ລາຍການທໍາອິດຂອງປີ 2024, ສະໂມສອນກ໊ອຟ ອາວຸໄສລາວ ຈັດການແຂ່ງຂັນກ໊ອຟມິດຕະພາບສະຫຼອງວັນສ້າງຕັ້ງພັກ

122

ສະໂມສອນກ໊ອຟ ອາວຸໂສລາວ ຈັດການແຂ່ງຂັນກີລາກ໊ອຟມິດຕະພາບ ພາຍໃນສະໂມສອນທີ່ສະໜາມ ກ໊ອຟລາວ ຄັນທຣີ ຄລັບ ( Lao Country Club Golf Course ) ເມື່ອວັນທີ 23 ມີນາ 2023 ເຊິ່ງມີນັກກີລາເຂົ້າຮ່ວມຫຼາຍກວ່າຄັ້ງທີ່ຜ່ານມາຫຼາຍທີ່ສຸດເປັນປະຫວັດສາດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ລວມທັງເປັນການສ້າງຄວາມສາມັກຄີມິດຕະພາບ, ພົບປະສ້າງສັນ, ຮ່ວມມື ແລະ ສ້າງສາຍພົວພັນລະຫວ່າງນັກກ໊ອຟພາຍໃນສະໂມສອນ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານທີ່ປຶກສາ ສະໂມສອນກ໊ອຟອາວຸໂສລາວ ແລະ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ພ້ອມດ້ວຍສະມາຊິກພາຍໃນສະໂມສອນ ເຂົ້າຮ່ວມຢ່າງພ້ອມພຽງ ໂດຍສະເພາະການຈັດການແຂ່ງຂັນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ທ່ານ ມິນ, ທ່ານ ນິພາ, ທ່ານ ອານຸສັກ ພັນທຸໄລ ສະໜັບສະໜູນລາງວັນຖົງກ໊ອຟ, ບໍລິສັດ CSS ສະໜັບສະໜູນລາງວັນພິເສດ ແລະ ຈັກສະຫຼາກ ແລະ ທ່ານ ຄໍາຈັນ ສີພັນທອງ ສະໜັບສະໜູນຂັນຊະນະເລີດ ແລະ ຮອງຊະນະເລີດ.

ໂອກາດດັ່ງກ່າວ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ກ່າວໃນພິທີສະຫຼຸບຜົນການແຂ່ງຂັນວ່າ: ການແຂ່ງຂັນຄັ້ງນີ້ພວກເຮົາຈັດຂຶ້ນເປັນຄັ້ງພິເສດເປັນມື້ທີ່ມີສະມາຊິກເຂົ້າຮ່ວມແຂ່ງຂັນຫຼາຍທີ່ສຸດ ຖ້າທຽບໃສ່ທຸກໆຄັ້ງທີ່ຜ່ານມາ ແນ່ນອນການຈັດການແຂ່ງຂັນໃນແຕ່ລະຄັ້ງພວກເຮົາແມ່ນໄດ້ມີການແຂ່ງຂັນສູງ ແລະ ມີການຖອດທອນບົດຮຽນໃນແຕ່ລະຄັ້ງ ເພື່ອເຮັດໃຫ້ການຈັດການແຂ່ງຂັນກ໊ອຟອາວຸໂສຂອງພວກເຮົາໃຫ້ນັບມື້ນັບມີປະສິດທິຜົນ ແລະ ສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີຢາງສຸດໃຈ ລວມເຖິງວິທີການຫຼິ້ນ, ທັກສະຕ່າງໆ ຄຽງຄູ່ກັບການຮັກສາສຸຂະພາບ ຕ້ອງໄດ້ແລກປ່ຽນນໍາກັນ.
ສໍາລັບ ການແຂ່ງຂັນຄັ້ງນີ້ມີຫຼາຍລາຍການ ຜ່ານການແຂ່ງຂັນປາກົດວ່າ:

-ຊະນະເລີດມີແຕ້ມຕໍ່: ທ່ານ ຄໍາພັນ ມາລາບັນດິດ
-ຊະນະເລີດສາຍອາຍຸ 71 ປີ: ທ່ານ ສົງຄາມ ສີລາເພັດ
-ຊະນະເລີດສາຍອາຍຸ 66-70 ປີ: ທ່ານ ສົງຄາມ ເມໂນລາດ
-ຊະນະເລີດສາຍອາຍຸ 61-65 ປີ: ທ່ານ ບຸນທະວີ ພົງສາ
-ຊະນະເລີດສາຍອາຍຸ 60 ປີລົງມາ: ທ່ານ ກົດສີດາ ດວງສະຫວັດ
-ຊະນະເລີດສາຍ ສຸພາບສະຕີ: ທ່ານ ນາງ ຈັນສີ ນວນສະຫວັນ

ສ່ວນລາງວັນພິເສດອື່ນໆມີດັ່ງນີ້:
-ລາງວັນຕີໃກ້ທຸງ ຂຸມ 3 ພາ 3: ທ່ານ ຄໍາພີ ວີລະວົງ
-ລາງວັນຕີໃກ້ທຸງ ຂຸມ 8 ພາ 3: ທ່ານ ນາງ ພາວັນ ນວນທະສິງ
-ລາງວັນໃຫ້ທຸງ ຂຸມ 13 ພາ 3: ທ່ານ ນີວົງ ຍອຍສາຍຄໍາ
-ລາງວັນຕີໃກ້ທຸງ ຂຸມ 16 ພາ 3: ທ່ານ ບຸນແຖວ ພົມມະໄຊສີ
-ລາງວັນຕີໄກສຸດ: ທ່ານ ວໍລະເດດ
-ລາງວັນຕີໄກໃກ້ເສັ້ນ: ທ່ານ ເພັດ ວັນໄຊ