ທະນາຄານກາງອັງກິດ ປະກາດຮັກສາອັດຕາດອກເບ້ຍ

63

ທະນາຄານກາງອັງກິດ ມີມະຕິຮັກສາອັດຕາດອກເບ້ຍຕາມຄາດໝາຍ ເຖິງວ່າມີສຽງແຕກ 1 ສຽງສະໜັບສະໜູນເລີ່ມຫຼຸດດອກເບ້ຍໄດ້ແລ້ວ.

ຄະນະກຳມະການນະໂຍບາຍຂອງທະນາຄານກາງອັງກິດ ຫຼື ບີໂອອີ ມີມະຕິດ້ວຍຄະແນນສຽງ 8-1 ໃນການຮັກສາອັດຕາດອກເບ້ຍທີ່ລະດັບ5,25% ເຊິ່ງສອດຄ່ອງກັບການຄາດການຂອງນັກວິເຄາະ.

อาจเป็นรูปภาพของ 4 คน และ หอคอยลอนดอน

ທັງນີ້ ຄະນະກຳມະການ 8 ທ່ານ ລົງມະຕິໃຫ້ຮັກສາອັດຕາດອກເບ້ຍທີ່ລະດັບ5,25% ຂະນະທີ່ອີກ1 ທ່ານ ມີມະຕິສະໜັບສະໜູນໃຫ້ປັບຫຼຸດອັດຕາດອກເບ້ຍ0,25% ສູ່ລະດັບ5,00%. ນີ້ຍັງເປັນຄັ້ງທຳອິດນັບແຕ່ເດືອນກັນຍາ ປີ 2021 ທີ່ບໍ່ມີກຳມະການທ່ານໃດເລີຍສະໜັບສະໜູນການຂຶ້ນດອກເບ້ຍ.

ການຕັດສິນໃຈຂອງບີໂອອີ ໃນວັນນີ້ ຖືເປັນການຮັກສາອັດຕາດອກເບ້ຍຕິດຕໍ່ກັນເປັນຄັ້ງທີ 5 ຫຼັງຈາກທີ່ໄດ້ປັບຂຶ້ນອັດຕາດອກເບ້ຍຕິດຕໍ່ກັນ14 ຄັ້ງຈາກລະດັບ0,1% ສູ່ລະດັບ5,25% ຊຶ່ງເປັນລະດັບສູງສຸດໃນຮອບເກືອບ16ປີ.

ຈາກການຕັດສິນໃຈດັ່ງກ່າວ ເຮັດໃຫ້ດັດຊະນີ FTSE 100 ຕະຫຼາດຮຸ້ນລອນດອນ ປັບບວກເຖິງ1,5%ໄປຈຸລະດັບສູງສຸດໃນຮອບຫຼາຍເດືອນ. ນອກຈາກຜົນຂອງບີໂອອີແລ້ວ ຍັງສືບເນື່ອງຈາກຜົນປະຊຸມຂອງເຟດທີ່ສົ່ງສັນຍານປັບຫຼຸດອັດຕາດອກເບ້ຍ3 ຄັ້ງໃນປີນີ້.