ການສອບເສັງນັກຮຽນເກັ່ງມີຄວາມຟົດຟື້ນ

74

ການສອບເສັງນັກຮຽນເກັ່ງເປັນການກະຕຸກຊຸກຍູ້ການຮຽນ – ການສອນໃນໂຮງຮຽນໃຫ້ດີຂຶ້ນ ເຮັດໃຫ້ນັກຮຽນມີ ຄວາມບຸກບືນຫ້າວຫັນໃນການຄົ້ນຄວ້າຮໍ່າຮຽນ ແລະ ຄູກໍມີການພັດທະນາການສອນ ແລະ ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະຂອງຕົນ, ພ້ອມກັນນັ້ນກໍເພື່ອສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ, ຄວາມຮູ້, ຄວາມສາມາດ ແລະຫົວຄິດປະດິດສ້າງຂອງຕົນໃນວິຊາທີ່ຮຽນ ເພື່ອສົ່ງເສີມການຮຽນ – ການສອນສາຍສາມັນສຶກສາໃນທົ່ວປະເທດໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນກັນເພື່ອປັບປຸງຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນເລື້ອຍໆ.

อาจเป็นรูปภาพของ 5 คน และ ข้อความ

ເມື່ອມີໂອກາດເຂົ້າໄປສູ່ການສອບເສັງລະດັບຊາດ ຈະເປັນການເປີດໂອກາດໃຫ້ນັກຮຽນເກັ່ງໄດ້ຮັບການສະໜັບສະໜູນເຂົ້າຮຽນຕໍ່ໃນລະດັບທີ່ສູງໃນວິຊາທີ່ຕົນສອບເສັງ.

ໃນໂອກາດຈັດພິທີສອບເສັງນັກຮຽນເກັ່ງຂັ້ນ ປ 5, ມ 4 ແລະ ມ 7 ລະດັບນະຄອນຫຼວງວຽງຈັນ, ອາຈານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ວຽງຈັນ ໃຫ້ສໍາພາດວ່າ: ການສອບເສັງນັກຮຽນເກັ່ງຄັ້ງນີ້ມີ ຄວາມສໍາຄັນຫຼາຍ ເພາະວ່າເປັນການສອບເສັງລະດັບນະຄອນຫຼວງ ເພື່ອຄັດເລືອກເອົານັກຮຽນເກັ່ງເຂົ້າເສັງຕໍ່ລະດັບຊາດ. ປັດຈຸບັນມີນັກຮຽນເຂົ້າສອບເສັງລະດັບນະຄອນຫຼວງ ຊັ້ນ ປ 5, ມ 4 ແລະ ມ 7 ທັງໝົດ 665 ຄົນ ບັນຍາກາດປີນີ້ມີຄວາມຟົດຟື້ນຂຶ້ນຫຼາຍ ເພາະມີຈໍານວນນັກຮຽນເພີ່ມຂຶ້ນຫຼາຍກວ່າປີຜ່ານມາ 100 ຄົນ. ສໍາລັບຂະແໜງຂອງພວກເຮົາເຮັດວຽກໃນສາຍສາມັນໂດຍສະເພາະ ດັ່ງນັ້ນວຽກນີ້ຖືເປັນວຽກຫຼັກຂອງພວກເຮົານອກຈາກຈະຊຸກຍູ້ໃຫ້ມີນັກຮຽນເກັ່ງແລ້ວ ຍັງຊຸກຍູ້ໃຫ້ຂະບວນການສອນມີຄຸນນະພາບເພີ່ມຂຶ້ນ ບໍ່ວ່າຈະເປັນເລື່ອງການພັດທະນາ ແລະ ຍົກສູງຄຸນນະພາບການຮຽນການສອນ, ຂ້າພະເຈົ້າໃນນາມຄະນະຮັບຜິດຊອບຂໍຝາກເຖິງບັນດາຜູ້ປົກຄອງຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມຊ່ວຍຊຸກຍູ້ຊ່ວຍເຫຼືອນັກຮຽນທີ່ມີພອນສະຫວັນ ໄດ້ມີໂອກາດສະແດງຄວາມສາມາດ ເພື່ອພັດທະນາປະເທດຊາດໃນອະນາຄົດ.

อาจเป็นรูปภาพของ 13 คน, ผู้คนกำลังอ่านหนังสือ, ตาราง และ ข้อความ

ທ່ານ ນາງ ມະນີວັນ ບຸບຜາ ຜູ້ອໍານວຍການຊັ້ນປະຖົມ ໂຮງຮຽນຊະນະພົນ ໃຫ້ສໍາພາດວ່າ: ການສອບເສັງນັກຮຽນເກັ່ງຄັ້ງນີ້ທາງໂຮງຮຽນໄດ້ກຽມຄວາມພ້ອມໃນການນໍາພານັກຮຽນທັງ 3 ຊັ້ນ ຄື: ຊັ້ນ ປ 5, ມ 4 ແລະ ມ 7 ມີທັງໝົດ 32 ນ້ອງ ໂດຍສະເພາະຊັ້ນ ປ 5 ມີ 14 ນ້ອງ ຖືວ່າຫຼາຍກວ່າຊັ້ນອື່ນໆ ແລະ ນັກຮຽນຂອງພວກເຮົາໄດ້ເສັງຄົບທຸກວິຊາ. ກ່ອນໜ້ານັ້ນ, ຫຼັງຈາກໄດ້ຮັບຂ່າວວ່າເສັງຜ່ານຂັ້ນເມືອງ ທາງໂຮງຮຽນກໍໄດ້ເຊີນຜູ້ປົກຄອງມາກຽມຄວາມພ້ອມໃນການກະກຽມໃຫ້ລູກຫຼານໄປເສັງຂັ້ນນະຄອນຫຼວງ, ພວກເຮົາຮູ້ສຶກດີໃຈທີ່ນັກຮຽນມາເສັງເພີ່ມຂຶ້ນຫຼາຍກວ່າປີຜ່ານມາ ຫວັງວ່າຈະຍາດໄດ້ໄຊຊະນະມາສູ່ເມືອງສີໂຄດໄດ້.

อาจเป็นรูปภาพของ แท่นบรรยาย

ນາງ ມະນີສາ ອິນລີ ຕົວແທນນັກຮຽນຊັ້ນ ມ 7 ວິຊາເຄມີສາດຈາກໂຮງຮຽນພອນສະຫວັນຊົນເຜົ່າ ແລະ ກຽມມະຫາວິທະຍາໄລ ໃຫ້ສໍາພາດວ່າ: ຮູ້ສຶກຄຶກຄື້ນ ແລະ ຕື່ນເຕັ້ນຫຼາຍ ເພາະມີນັກສອບເສັງຫຼາຍຄົນ ແຕ່ລະຄົນໃນຫ້ອງສອບມີຄວາມກະຕືລືລົ້ນ ແລະ ຕັ້ງໃຈເຮັດຂໍ້ສອບຂອງຕົນເອງ ເຮັດໃຫ້ເຮົາຮູ້ສຶກວ່າຕ້ອງເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ຜົນອອກມາຈະເປັນແນວໃດກໍບໍ່ຜິດຫວັງ ເພາະເຮົາເຮັດດີທີ່ສຸດແລ້ວ.

ທ້າວ ໂທພິທັກ ໄພສານ ຕົວແທນນັກຮຽນເກັ່ງຊັ້ນ ມ 7 ວິຊາຟີຊິກສາດ ຈາກໂຮງຮຽນ ມສ ວຽງຈັນ ໃຫ້ສໍາພາດວ່າ: ວິຊາຟີຊິກສາດ  ເປັນວິຊາທີ່ຕົນເອງມັກທີ່ສຸດ ເພາະບໍ່ຈໍາເປັນຕ້ອງເລົ່າຂຶ້ນໃຈ ແຕ່ຈະເນັ້ນ ຄວາມເຂົ້າໃຈ. ເຕັກນິກການຮຽນຂອງນ້ອງເວລາຢູ່ໃນຫ້ອງກໍຕັ້ງໃຈຟັງຄູອະທິບາຍ ແລະ ເວລາກັບເຮືອນກໍທວນຄືນບົດຮຽນເກົ່າຈາກຕໍາລາ ມ 7 ແລະ ຕໍາລາຕ່າງປະເທດ. ນ້ອງຂໍຂອບໃຈພໍ່ແມ່ ແລະ ຄູ – ອາຈານທີ່ສິດສອນມາຮອດຈຸດນີ້.

ການສອບເສັງນັກຮຽນເກັ່ງໃນສົກຮຽນ 2023 – 2024 ໄດ້ເລີ່ມປະຕິບັດມາແຕ່ເດືອນກຸມພາເປັນຕົ້ນມາ ສໍາລັບຜົນການສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງ ຈະປະກາດຜົນໃນທ້າຍເດືອນມີນານີ້.