ເຟດ ເພີ່ມຄາດການ ຈີດີພີ ສະຫະລັດ ຂະຫຍາຍຕົວ 2,1%

54

ຄະນະກຳມະການນະໂຍບາຍການເງິນ ທະນາຄານກາງສະຫະລັດ ຫຼື ເຟດ ມີມະຕິຮັກສາອັດຕາດອກເບ້ຍໄລຍະສັ້ນທີ່ລະດັບ 5,25 – 5,50% ໃນກອງປະຊຸມຄັ້ງຫຼ້າສຸດ ເຊິ່ງເປັນລະດັບສູງສຸດໃນຮອບ ກວ່າ 23 ປີ. ພ້ອມນັ້ນກໍເພີ່ມຄາດການ ຈີດີພີ ສະຫະລັດ ຈະຂະຫຍາຍຕົວ 2,1% ໃນປີນີ້.

อาจเป็นรูปภาพของ 1 คน และ ข้อความ

ການປະກາດຮັກສາອັດຕາດອກເບ້ຍດັ່ງກ່າວ ເປັນໄປຕາມທີ່ຕະຫຼາດຄາດການໄວ້ ແລະ ເປັນການຄົງອັດຕາດອກເບ້ຍຕິດຕໍ່ກັນ ເປັນຄັ້ງທີ 5 ຫຼັງຈາກເຟດປັບຂຶ້ນອັດຕາດອກເບ້ຍ 11 ຄັ້ງ ຫຼັງຈາກເລີ່ມປັບຂຶ້ນອັດຕາດອກເບ້ຍໃນເດືອນມີນາ ປີ 2022 ສົ່ງຜົນໃຫ້ເຟດປັບຂຶ້ນອັດຕາດອກເບ້ຍລວມ5,25%.

ໃນການຄາດການອັດຕາດອກເບ້ຍນະໂຍບາຍ ເຈົ້າໜ້າທີ່ເຟດຍັງສົ່ງສັນຍານປັບຫຼຸດອັດຕາດອກເບ້ຍ 3 ຄັ້ງ ໃນປີ2024 ໂດຍປັບຫຼຸດຄັ້ງລະ0,25% ລວມ 0,75% ບໍ່ປ່ຽນແປງຈາກເດີມທີ່ສົ່ງສັນຍານປັບຫຼຸດອັດຕາດອກເບ້ຍ 3 ຄັ້ງໃນການປະຊຸມເດືອນທັນວາ ປີ 2023.

ນອກຈາກນັ້ນ, ເຈົ້າໜ້າທີ່ເຟດ ຍັງສົ່ງສັນຍານປັບຫຼຸດອັດຕາດອກເບ້ຍ 3 ຄັ້ງ ໃນປີ2025 ໂດຍປັບລົງຄັ້ງລະ0,25% ລວມເປັນ 0,75% ຫຼຸດລົງຈາກເດີມທີ່ສົ່ງສັນຍາປັບລົງອັດຕາດອກເບ້ຍ 4 ຄັ້ງໃນການປະຊຸມເດືອນທັນວາ ປີ 2023.

ສ່ວນການຄາດຄະເນກ່ຽວກັບເສດຖະກິດສະຫະລັດອາເມຣິການັ້ນ ເຟດ ປັບເພີ່ມຕົວເລກການຂະຫຍາຍຕົວສູ່ລະດັບ 2,1% ໃນປີ 2024 ຈາກເດີມທີ່ຄາດວ່າຈະເຕີບໂຕ1,4%. ຂະນະທີ່ປີ 2025 ຄາດວ່າຈະເຕີບໂຕ 2,0% ຈາກເດີມຄາດໄວ້ 1,8%.