ມີນັກທ່ອງທ່ຽວເຂົ້າມາທ່ຽວປະເທດໄທ ຫຼາຍກວ່າ 8 ລ້ານເທື່ອຄົນ

39

ຂ່າວຊີອາໄອ ລາຍງານວ່າ: ວັນທີ 19 ມີນານີ້, ກະຊວງການທ່ອງທ່ຽວ ແລະ ກີລາຂອງໄທ ໄດ້ເປີດເຜີຍຕົວເລກທີ່ກ່ຽວຂ້ອງຂອງຂະແໜງການທ່ອງທ່ຽວໄທ. ອີງຕາມຕົວເລກສະແດງໃຫ້ເຫັນວ່າ ນັບແຕ່ປີນີ້ເປັນຕົ້ນມາ ໄທ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 8 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ປະມານ 359,27 ຕື້ບາດ.

ຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 17 ມີນານີ້, ມີຄົນຕ່າງປະເທດ8.074.653 ເທື່ອຄົນ ເຂົ້າໄປປະເທດໄທ. ໃນໄລຍະດັ່ງກ່າວແມ່ນຄົນຈີນເຂົ້າໄປໄທຫຼາຍທີ່ສຸດ ມີຈຳນວນ1.493.052 ເທື່ອຄົນ, ຮອງລົງມາແມ່ນມາເລເຊຍ 1.046.725 ເທື່ອຄົນ ແລະປະເທດອື່ນໆ.