ທັບນັກກີລາບານເຕະຄົນພິການລາວ ກຽມລຸຍລາຍການທີ່ໄທ ວັດຄົມກັບ ໄທ, ຍີ່ປຸ່ນ ແລະ ອິນເດຍ

23

ທັບນັກກີລາບານເຕະຄົນພິການຕາ ທີມຊາດລາວ ພ້ອມເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ໆລາຍການ ໄທແລນ ບລິນ ຟຸດບອລ ( Blind football open tournament ) ທີ່ປະເທດໄທ ລະຫວ່າງວັນ 24-31 ມີນາ 2024 ວັດຄົມກັບ ໄທ ເຈົ້າພາບ, ຍີ່ປຸ່ນ ແລະ ອິນເດຍ.

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ໃຫ້ສໍາພາດກ່ອນອອກເດີນທາງວ່າ: ທັບນັກກີລາຄົນພິການ ທີມຊາດລາວ ມາຮອດປັດຈຸບັນແມ່ນມີຄວາມພ້ອມ 80% ຫຼັງຈາກທີ່ໄດ້ມີການກຽມຄູຝຶກ ແລະ ນັກກີລາມາໃນໄລຍະໜຶ່ງ ເຊິ່ງລະຫວ່າງວັນທີ 24-31 ມີນາ 2024 ຈະໄດ້ເດີນທາງໄປແຂ່ງຂັນລາຍການທີ່ປະເທດໄທ, ດ້ານການຝຶກຊ້ອມຂອງນັກກີລາ ພົບບັນຫາທີ່ຜ່ານມາກໍຄື ກີລາບານເຕະຄົນພິການຕາ ແມ່ນຫຍຸ້ງຍາກໃນການໄປການມາ. ດັ່ງນັ້ນ ຈິ່ງເລືອກຊ້ອມຕອນເຊົ້າ ແລະ ຍັງບໍ່ມີອຸປະກອນທີ່ຍັງບໍ່ຄົບຖ້ວນ. ຢ່າງໃດກໍຕາມ ພວກເຮົາໄດ້ຮັບຂ່າວດີ ສະມາຄົມບານເຕະຄົນພິການຕາແຫ່ງປະເທດໄທ ຈະໄດ້ມາຊ່ວຍເຫຼືອ ແລະ ຊຸກຍູ້ໃນຈຸດນີ້ ຫຼັງຈາກແຂ່ງຂັນດັ່ງກ່າວ. ສ່ວນຂໍ້ສະດວກພວກເຮົາສະໜາມຝຶກຊ້ອມເປັນຂອງຕົວເອງກໍຄື ສະໜາມ ເບສະຫວັນ ເອັຟຊີ, ມີພະນັກງານສາມາດດູແລ ແລະ ເບິ່ງແຍງນັກກີລາໄດ້ ລວມເຖິງທາງ ກະຊວງສຶກສາທິການ ແລະ ກີລາ ໄດ້ຊ່ວຍສະໜັບສະໜູນເລື່ອງເອກະສານ ແລະ ອື່ນໆ ກໍຕ້ອງຂໍຂອບໃຈ ” ປະທານສະຫະພັນກີບານເຕະຄົນພິການຕາແຫ່ງຊາດລາວ ກ່າວ.


ຂະນະດຽວກັນ ທ່ານ ສີທົນ ລາດສະວົງ ຄູຝຶກນັກກີລາບານເຕະຄົນພິການ ທີມຊາດລາວ ກ່າວວ່າ: ນັກກີລາຊຸດນີ້ຂອງພວກເຮົາສ່ວນໃຫຍ່ເປັນນັກກີລາຊຸດເກົ່າໃນ ເອຊຽນ ພາຣາເກມ ປີທີ່ຜ່ານມາ ແລະ ມາຮອດປັດຈຸບັນພວກເຮົາພ້ອມແລ້ວທີ່ຈະເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ ຫຼັງຈາກເກັບຕົວຝຶກຊ້ອມມາ 40 ກວ່າວັນ ໂດຍລາຍການນີ້ພວກເຮົາພົບກັບທີມລະດັບຕົ້ນໆທັງ 3 ປະເທດຄື: ຍີ່ປຸ່ນ ອັນດັບ 2 ຂອງໂລກ, ໄທ ອັນດັບທີ 4 ຂອງໂລກ ແລະ ອິນເດຍ ອັນດັບທີ 13 ຂອງໂລກ, ສ່ວນລາວເຮົາຢູ່ອັນດັບທີ 33 ຂອງໂລກ. ຢ່າງໃດກໍຕາມ ພວກເຮົາເຄີຍພົບທັງ 3 ທີມມາແລ້ວ ໂດຍສະເພາະນັດພົບກັບ ໄທ ໃນປີທີ່ຜ່ານມາພວກເຮົາພາດຈຸດໂທດໃນນັດຊີງຊະນະເລີດ ກ່ອນໄດ້ອັນດັບທີ 2. ຈຸດເດັ່ນຂອງພວກເຮົາດ້ວຍທີ່ເປັນນັກກີລາໂຕນ້ອຍແມ່ນເທັກນິກ ແລະ ຄວາມຄ່ອງຕົວໄປກັບບານ ເພື່ອສູ້ກັບຄູ່ແຂ່ງ.

ສ່ວນ ທ້າວ ບຸນຈົບ ຫວານແພງພັນ ນັກກີລາທີມຊາດຄົນພິການຕາລາວ ກ່າວວ່າ: ການກຽມຄວາມພ້ອມຊຸດນີ້ ພວກເຮົາມີເດີ່ນໃຫ້ຊ້ອມເປັນປົກກະຕິ ແລະ ພວກເຮົາພ້ອມຈະເຂົ້າຮ່ວມແຂ່ງຂັນລາຍການນີ້, ໂດຍພວກເຮົາເນັ້ນໜັກເທັກນິກຕ່າງໆ ເພື່ອໃຊ້ໃນການແຂ່ງຂັນ ເພາະເປັນຈຸດເດັ່ນທີ່ສຸດຂອງພວກເຮົາ ແລະ ນັກກີລາແຕ່ລະຄົນຕົວນ້ອຍກວ່າຄູ່ແຂ່ງ.

ສໍາລັບ ທັບນັກກີລາຄົນພິການຕາລາວ ຈະເດີນທາງໄປແຂ່ງຂັນລາຍການທີ່ປະເທດໄທ ກໍານົດເດີນທາງໃນວັນທີ 24 ມີນາ 2024 ກ່ອນແຂ່ງຂັນທາງການໃນວັນທີ 25 ມີນາ 2024 ແລະ ຈະເດີນທາງກັບມາ ສປປ ລາວ ໃນວັນທີ 31 ມີນາ 2023 ໂດຍຄາດມີ ຄະນະນໍາ, ຄູຝຶກ ແລະ ນັກກີລາ ຊຸດນີ້ຈະເດີນທາງໄປຈໍານວນ 10 ກວ່າຄົນ.
ຂ່າວໂດຍ: Larh Creators