ແຂວງໄຊຍະບູລີ ໄດ້ຮັບ ຄວາມເສຍຫາຍຈາກ ໄພພິບັດກວ່າ 148 ຕື້ກີບ

21

ປີ 2023 ໄພພິບັດຢູ່ແຂວງໄຊຍະບູລີ ເກີດຂຶ້ນທັງໝົດ 53 ຄັ້ງ ເສັ້ນທາງເສຍຫາຍ 27 ເສັ້ນ, ຂົວ 2 ແຫ່ງ, ຕ້ານເຈື່ອນ 3 ຈຸດ, ໂຮງຮຽນ 9 ແຫ່ງ ແລະ ອື່ນໆ ສ້າງຄວາມເສຍຫາຍ 148 ຕື້ກວ່າກີບ.

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວ ແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາ ແຂວງ ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.


ມີບັນດາຫົວໜ້າກົມ, ທີມງານຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາປະຊາຊົນແຂວງ, ຫົວໜ້າ – ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງ – ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຮສສ 11 ເມືອງທົ່ວແຂວງເຂົ້າຮ່ວມ.

ທ່ານ ໜູເກນ ພັນລັກ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນຢູ່ 11 ເມືອງທົ່ວແຂວງ ໂດຍສະເພາະໄພພິບັດທາງດ້ານນໍ້າຖ້ວມ, ລົມພາຍຸພັດ, ໄຟໄໝ້, ຟ້າຜ່າ ແລະ ສັດຕູພືດທໍາລາຍຜົນຜະລິດ ເຊິ່ງສົ່ງຜົນກະທົບຕໍ່ຊີວິດ, ຊັບສິນຂອງປະຊາຊົນຂອງລວມໝູ່ ແລະ ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງທາງດ້ານເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ລວມມີ 53 ຄັ້ງ, ມີ 135 ບ້ານ ຈໍານວນ 3.006 ຄອບຄົວ, ມີ 13.293 ຄົນ; ໃນນັ້ນເສຍຊີວິດ 3 ຄົນ, ເນື້ອທີ່ຖືກຜົນກະທົບ 1.498 ເຮັກຕາ, ເນື້ອທີ່ເສຍຫາຍ 666 ເຮັກຕາ, ຊົນລະປະທານ 22 ແຫ່ງ; ໃນນັ້ນມີສັດລ້ຽງຂອງປະຊາຊົນຕາຍ 782 ໂຕ, ເສັ້ນທາງເສຍຫາຍ 27 ເສັ້ນ, ຂົວ 2 ແຫ່ງ, ຕ້ານເຈື່ອນ 3 ຈຸດ, ໂຮງຮຽນ 9 ແຫ່ງ, ສໍານັກງານຂອງລັດ 6 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 148 ຕື້ກວ່າກີບ.


ຕໍ່ກັບສະພາບເຫດການທີ່ເກີດຂຶ້ນ ທາງຄະນະກໍາມະການຄຸ້ມຄອງໄພພິບັດ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໄດ້ປະຕິບັດໃຫ້ການຊ່ວຍເຫຼືອບັນເທົາທຸກ ໄດ້ມອບເຂົ້າສານ, ສັງກະສີ, ເຫຼັກຕະປູ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະນາໄມ ແລະ ເຄື່ອງໃຊ້ອື່ນໆຈໍານວນໜຶ່ງ ທີ່ໄດ້ຮັບຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຫ້ອງການ ຮສສ 11 ເມືອງທົ່ວແຂວງ ແລະ ກຸ່ມເປົ້າໝາຍຕ່າງໆ ລວມທັງໝົດ 263 ບ້ານ, ມີ 6.711 ຄອບຄົວ, ຈໍານວນພົນ 37.565 ຄົນ ( ຍິງ 8.479 ຄົນ ) ລວມມູນຄ່າ 2 ຕື້ກວ່າກີບ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍ ເພື່ອເອກະພາບກັນຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.