ທສວ ອະນຸມັດສິນເຊື່ອໃຫ້ ຈນກ ແລະ ກຸ່ມຜູ້ຜະລິດ ມູນຄ່າ 359 ຕື້ກວ່າກີບ

27

ປີ 2023 ທສວ ສາມາດອະນຸມັດສິນເຊື່ອໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( ຈນກ ) ແລະ ກຸ່ມຜູ້ຜະລິດ ໄດ້ທັງໝົດ 712 ຫົວໜ່ວຍ ເປັນມູນຄ່າ 359,69 ຕື້ກີບ; ໃນນັ້ນຂະແໜງກະສິກໍາ ກວມ 42,99%.


ຕອນເຊົ້າວັນທີ 20 ມີນາ 2024 ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2023 ຂຶ້ນທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງປະທານສະພາບໍລິຫານກອງທຶນສົ່ງເສີມ ຈນກ; ມີຜູ້ຕາງໜ້າຈາກກະຊວງ, ຂະແໜງການຂອງລັດທີ່ກ່ຽວຂ້ອງ; ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະມາຄົມທຸລະກິດ, ຫົວໜ່ວຍວິສາຫະກິດຈຳນວນໜຶ່ງ, ອົງການຈັດຕັ້ງສາກົນ ແລະ ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ເປັນຄູ່ຮ່ວມມືຂອງ ທສວ ເຂົ້າຮ່ວມ. ກອງປະຊຸມ ມີຂຶ້ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຂອງ ທສວ ປະຈຳປີ 2023 ແລະ ແຜນວຽກຈຸດສຸມໃນປີ 2024.


ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າສໍານັກງານສົ່ງເສີນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜູ້ອໍານວຍການ ທສວ ກ່າວວ່າ: ປີ 2023 ທສວ ສະໜອງສິນເຊື່ອຜ່ານ 8 ທະນາຄານທຸລະກິດ ( ທະນາຄານພັດທະນາລາວ, ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ, ທະນາຄານ ໄຊງ່ອນເທືອງຕິ່ນລາວ ຫຼື ຊາຄອມແບັງລາວ, ທະນາຄານ ມາຣູຮານເຈແປນ ລາວ, ທະນາຄານ ເອັສທີ, ທະນາຄານ ລາວຈີນ, ທະນາຄານ ຫວຽດຕິນລາວ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ) ແລະ ຜ່ານ 11 ສະຖາບັນການເງິນຈຸລະພາກ ( ສກຈຮ ປະຕູຄໍາ, ສກຈບ ເນັກ, ສກຈບ ບີດີພີ, ສກຈບ ໄຊອຸດົມ, ສກຈຮ ຈໍາປາລາວ, ສສງ ເຊໂນ, ສກຈຮ ດອກຄູນ, ສກຈບ ສະເຫຼີມສຸກ, ສກຈບ ສົມບູນຊັບ, ສກຈບ ປາກຊັນ ຈໍາກັດ ແລະ ສກຈບ ໄຊຍະວົງແສງ ) ແລະ 2 ກອງທຶນ ( ກອງທຶນພັດທະນາໄຊສົມບູນ ແລະ ກອງທຶນນາງຟ້າ ).

ທ່ານກ່າວຕື່ມວ່າ: ໃນປີ 2023 ບັນດາສະຖາບັນການເງິນທີ່ເປັນຄູ່ຮ່ວມມື ກັບ ທສວ ທັງໝົດ ສາມາດອະນຸມັດສິນເຊື່ອໃຫ້ ຈນກ ແລະ ກຸ່ມຜູ້ຜະລິດ ໄດ້ທັງໝົດ 712 ຫົວໜ່ວຍ ເປັນມູນຄ່າ 359,69 ຕື້ກີບ ເມື່ອທຽບໃສ່ປີ 2022 ມີ ຈນກ ທີ່ສາມາດເຂົ້າເຖິງທຶນບ້ວງຕ່າງໆຂອງ ທສວ ຫຼຸດລົງ 12,10% ເນື່ອງຈາກທຶນທີ່ສະໜອງໃຫ້ສະຖາບັນການເງິນຈຸລະພາກ ປີ 2023 ແມ່ນຢູ່ໄລຍະທ້າຍປີ; ແຕ່ຖ້າທຽບໃສ່ວົງເງິນອະນຸມັດ ແມ່ນເພີ່ມຂຶ້ນ 55,34% ເພາະມີການປ່ອຍກູ້ຜ່ານທະນາຄານທຸລະກິດເປັນວົງເງິນສູງ. ໃນນັ້ນ, ປະກອບມີຂະແໜງກະສິກໍາ ກວມ 42,99%, ຂະແໜງການຄ້າ ກວມ 20,93%, ຂະແໜງຫັດຖະກໍາ ກວມ 2,38%, ຂະແໜງອຸດສາຫະກໍາ 13,28%, ຂະແໜງບໍລິການ ກວມ 20,40%.


ຄຽງຄູ່ກັນນັ້ນ, ໃນປີ 2023 ທສວ ໄດ້ອະນຸມັດທຶນສະໜັບສະໜູນໂຄງການວິຊາການ 64 ໂຄງການ ລວມມູນຄ່າ 4,45 ກວ່າຕື້ກີບ; ໃນນັ້ນ ປະກອບມີໂຄງການສົ່ງເສີມວິຊາການທົ່ວໄປ ຈໍານວນ 29 ໂຄງການ ມູນຄ່າ 2,15 ຕື້ກີບ, ໂຄງການບຸລິມະສິດ ຈໍານວນ 30 ໂຄງການ ມູນຄ່າ 2,02 ຕື້ກີບ ແລະ ໂຄງການທຶນສົມທົບ 5 ໂຄງການ ມູນຄ່າ 289,72 ລ້ານກີບ ເຊິ່ງນອນໃນ 14 ແຂວງທົ່ວປະເທດ ເປັນຕົ້ນແມ່ນ: ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຊຽງ ຂວາງ, ຫຼວງພະບາງ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ຈໍາປາສັກ ແລະ ສາລະວັນ.