ລາຄານໍ້າມັນດິບປັບຂຶ້ນສ້າງສະຖິຕີໃໝ່ໃນຮອບ 4 ເດືອນ

41

ລາຄານໍ້າມັນດິບ ເວັດເທັກຊັດ ຫລື WTI ປິດຕະຫຼາດໃນວັນອັງຄານທີ 19 ມີນາ ພຸ່ງຂຶ້ນ1,03ໂດລາ ຈຸລະດັບສູງສຸດໃນຮອບ4 ເດືອນ ຂານຮັບການປັບຫຼຸດການສົ່ງອອກນໍ້າມັນຂອງອິຣັກ ແລະ ຊາອຸດິບາຣະເບຍ ລວມທັງສັນຍານການບົງຊີ້ການຟື້ນຕົວຂອງຄວາມຕ້ອງການໃນຈີນ ແລະ ສະຫະລັດອາເມຣິກາ.

อาจเป็นรูปภาพของ 1 คน และ โรงกลั่นน้ำมัน

ລາຄານໍ້າມັນດິບ ເວັດເທັກຊັດ ສົ່ງມອບເດືອນເມສາ ບວກເພີ່ມ 1,03ໂດລາສະຫະລັດ ປິດທີ່ 83,75 ໂດລາສະຫະລັດຕໍ່ອອນ; ສ່ວນນໍ້າມັນດິບເບຣນ ປັບຂຶ້ນ68ເຊັນ ປິດທີ່87,57ໂດລາສະຫະລັດຕໍ່ອອນ.

ທັງນີ້ອິຣັກ ຜູ້ຜະລິດນໍ້າມັນລາຍໃຫຍ່ອັນດັບ 2 ໃນກຸ່ມປະເທດຜູ້ສົ່ງອອກນໍ້າມັນ ຫລື ໂອເປັກ ປະກາດວ່າຈະປັບຫລຸດການສົ່ງອອກນໍ້າມັນດິບສູ່ລະດັບ3,3ລ້ານບາເຣລຕໍ່ວັນໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້ ເພື່ອຊົດເຊີຍການຜະລິດເກີນຕົວເລກຂອງກຸ່ມໂອເປັກ ແລະ ຊາດພັນທະມິດ ຫລື ໂອເປັກບວກຕັ້ງແຕ່ເດືອນມັງກອນ.

ດ້ານຊາອຸດິ ອາຣະເບຍ ເຊິ່ງເປັນຜູ້ຜະລິດນໍ້າມັນລາຍໃຫຍ່ທີ່ສຸດຂອງກຸ່ມໂອເປັກ ໄດ້ປັບຫລຸດການສົ່ງອອກນໍ້າມັນໃນເດືອນມັງກອນ ສູ່ລະດັບ6,29ລ້ານບາເຣລຕໍ່ວັນ ໂດຍເປັນການຫຼຸດລົງ 2 ເດືອນຕິດຕໍ່ກັນ.

ລາຄານໍ້າມັນ ຍັງໄດ້ແຮງໜູນຈາກການຄາດການທີ່ວ່າອຸປະທານນໍ້າມັນຈະໄດ້ຮັບຜົນກະທົບຈາກການທີ່ອູແກຣນໂຈມຕີໂຮງກັ່ນນໍ້າມັນໃນຣັດເຊຍ. ນອກຈາກນີ້ລາຄານໍ້າມັນດິບຍັງໄດ້ຮັບປັດໄຈບວກຈາກຂໍ້ມູນເສດຖະກິດທີ່ເຂັ້ມແຂງເກີນຄາດຂອງຈີນ.