ລາຄາຄຳຟິວເຈີຫຼຸດລົງເລັກໜ້ອຍຈາກການແຂງຄ່າຂອງເງິນໂດລາ

34

ລາຄາຄຳຟິວເຈີ ປິດວັນອັງຄານທີ 19 ມີນາ ຫຼຸດລົງ0,4% ໂດຍຖືກກົດດັນຈາກການແຂງຄ່າຂອງເງິນໂດລາສະຫະລັດ ຊຶ່ງຈະຫຼຸດຄວາມໜ້າດຶງດູດຂອງຄຳ ເນື່ອງຈາກສັນຍາຄຳຈະມີລາຄາແພງຂຶ້ນສຳລັບຜູ້ຖືຄອງສະກຸນເງິນອື່ນໆ.

ສັນຍາຄຳຕະຫຼາດໂຄແມັກ ຫຼື COMEX (Commodity Exchange) ສົ່ງມອບເດືອນເມສາຫຼຸດລົງ 0,4% ສູ່ລະດັບ2.154,60ໂດລາສະຫະລັດຕໍ່ອອນ.

ບັນດານັກລົງທຶນຊື້ – ຂາຍຢ່າງລະມັດລະວັງ ຂະນະທີ່ທະນາຄານກາງສະຫະລັດອາເມຣິກາ ຫຼື ເຟດ ຈະເລີ່ມປະຊຸມນະໂຍບາຍການເງິນ.

ນັກລົງທຶນເທນໍ້າໜັກເກືອບ100% ຕໍ່ຄາດການທີ່ວ່າເຟດ ຈະຄົງອັດຕາດອກເບ້ຍໃນການປະຊຸມນະໂຍບາຍການເງິນ(FOMC) ໃນອາທິດນີ້.

ຂະນະທີ່ FedWatch Tool ຂອງ CME Group ບົງຊີ້ວ່າ ນັກລົງທຶນໃຫ້ນໍ້າໜັກ99% ທີ່ເຟດຈະຄົງອັດຕາດອກເບ້ຍທີ່ລະດັບ 5,25 ຫາ 5,50% ໃນການປະຊຸມໃນວັນທີ 19 – 20 ມີນາ.ນອກນີ້ນັກລົງທຶນຍັງຄາດການວ່າເຟດຈະຄົງອັດຕາດອກເບ້ຍລະດັບ 5,25 ຫາ5,50% ໃນການປະຊຸມໃນທ້າຍເດືອນເດືອນມີນາ.

ໃນການຖະແຫຼງຕໍ່ສະພາຄອງເກດຊ່ວງຕົ້ນເດືອນນີ້ ຂອງທ່ານ ເຈີໂຣມ ພາວເວລ ປະທານເຟດ ໄດ້ສົ່ງສັນຍາວ່າເຟດຈະເລີ່ມປັບອັດຕາດອກເບ້ຍໃນປີນີ້ ເຖິງວ່າເຟດຍັງບໍ່ມີຂອບເວລາທີ່ຊັດເຈນສຳລັບການດຳເນີນການດັ່ງກ່າວ.