ມາລີບິວຕີ້ ຄວ້າແຊັມເປຕັງທີມຊຸດຊາຍ ຊິງຂັນຫົວໜ້າຫ້ອງວ່າການແຂວງອຸດົມໄຊ

68

ທີມກີລາເປຕັງຂອງ ມາລີບິວຕີ້ ສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ຄວ້າແຊັມການແຂ່ງຂັນກີລາເປຕັງ ປະເພດທີມຊຸດຊາຍ ຊິງຂັນຫົວໜ້າຫ້ອງວ່າການແຂວງອຸດົມໄຊ ປະຈຳປີ 2024 ສະໄໝທີ 2 ຕິດຕໍ່ກັນ.
ລາຍການດັ່ງກ່າວ ຈັດຂຶ້ນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ຊຶ່ງມີທີມຍິງ-ຊາຍ ເຂົ້າຮ່ວມຊີງໄຊ 60 ພາກສ່ວນ, ໃນນັ້ນ ສະເພາະທີມຍິງມີ 20 ທີມ ມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 531 ຄົນ, ຍິງ 180 ຄົນ ຈັດຂຶ້ນ ລະຫວ່າງວັນທີ 16-18 ມີນາ 2024 ຈຶ່ງສຳເລັດ.
ຜ່ານການແຂ່ງຂັນ ຕະຫຼອດ 3 ວັນດັ່ງກ່າວ ຜົນປະກົດວ່າ: ແຊັມທີມຊຸດຊາຍ ເປັນຂອງທີມນັກໂຍນລູກເຫຼັກ ມາລີບິວຕີ້ (ທີມ2) ໄດ້ຮັບຂັນແຊັມ ພ້ອມເງິນສົດ 3 ລ້ານກີບ, ອັນດັບທີ 2 ສະຖາບັນການເງິນຈຸລະພາກໄຊນິຍົມບໍ່ຮັບເງິນຝາກ ແຂວງອຸດົມໄຊ ໄດ້ຮັບເງິນສົດ 2 ລ້ານກີບ, ອັນດັບທີ 3 ທີມ ມາລີບິວຕີ້ ທີມ 1 ໄດ້ຮັບເງິນສົດ 1 ລ້ານກີບ ແລະ ອັນດັບທີ 4 ທີມປະສົມອ້າຍນ້ອງ ໄດ້ຮັບເງິນສົດ 5 ແສນກີບ.
ຂະນະທີ່ຜົນການແຂ່ງຂັນທີມຍິງ ແຊັມເປັນຂອງ ລູກແມ່ຄ້າ ໄດ້ຮັບຂັນແຊັມ ພ້ອມເງິນສົດ 3 ລ້ານກີບ, ອັນດັບທີ 2 ທີມໄຟຟ້າ ສາຂາແຂວງ (ທີມ1) ໄດ້ຮັບເງິນສົດ 2 ລ້ານກີບ, ອັນດັບທີ 3 ທີມ ເພື່ອນເບຍ ໄດ້ຮັບເງິນສົດ 1 ລ້ານກີບ ແລະ ອັນດັບທີ 4 ທີມໄຟຟ້າ ທີມ2 ໄດ້ຮັບເງິນສົດ 5 ແສນກີບ.