2 ເດືອນຕົ້ນປີນີ້ ເສດຖະກິດຈີນ ເຕີບໂຕຢ່າງໝັ້ນທ່ຽງ

44

ຂ່າວຊີອາໄອ ລາຍງານວ່າ: ກົມສະຖິຕິແຫ່ງຊາດຈີນ ເປີດເຜີຍຕົວເລກສະຖິຕິໃນວັນທີ 18 ມີນານີ້ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາປີນີ້ ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ຂອງຈີນ ໄດ້ເພີ່ມຂຶ້ນ 7,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການລົງທຶນດ້ານຊັບສິນຄົງທີ່ຕໍ່ອະສັງຫາລິມະຊັບໃນທົ່ວປະເທດໄດ້ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

อาจเป็นรูปภาพของ ตึกระฟ้า

ຂະນະທີ່ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າໄດ້ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດມູນຄ່າການຄ້າຂາຍຍ່ອຍປະເພດສິນຄ້າອຸປະໂພກ – ບໍລິໂພກບັນລຸ 8.130 ຕື້ 700 ລ້ານຢວນ ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ມູນຄ່າການຄ້າດ້ານການບໍລິການໄດ້ເພີ່ມຂຶ້ນ 12,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄວາມຕ້ອງການດ້ານການຜະລິດໄດ້ເພີ່ມຂຶ້ນບົນພື້ນຖານຖ່ວງທ່າທີ່ໝັ້ນທ່ຽງ, ຄຸນນະພາບການພັດທະນາໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການເຄື່ອນໄຫວຂອງເສດຖະກິດສືບຕໍ່ຮັກສາຖ່ວງທ່າເພີ່ມຂຶ້ນ ແລະ ມີການເລີ່ມຕົ້ນທີ່ໝັ້ນທ່ຽງ.